25550104

ວິທີສັງເກດເບິ່ງວັດລາວ

ວັດ : ຄືສະຖານທີ່ພຳນັກຂອງສົງ.
ວັດ : ຄືສະຖານທີ່ທຳບຸນຂອງສາສນິກະຊົນ.
ວັດ : ຄືວິທະໄລຊີວິດ ວິທະຍາໄລຄຸນະທັມ.
ວັດ : ຄືແຫຼ່ງທ້ອນໂຮມສະຖາປັດຕະຍະກັມຂອງຊາດ, ສາສນາ.
ວັດ : ຄືແຫຼ້ງສ້າງ ແລະສະສົມສີລະປະຫັດຖະກັມ ແລະສີລະປະວັນນະກັມຂອງຊາດ ສາສນາ.
ວັດ : ເປັນຫໍສະໝຸດ,
ວັດ : ເປັນທີ່ພັກແຮມຂອງຄົນເດີນທາງ.
ວັດ ; ເປັນໂຮງໝໍ.
ວັດ : ຄືແຫຼ່ງສ້າງ ແລະຮັກສາສັບສິນທາງປັນຍາຂອງສັງຄົມ ແລະປະເທດຊາດ ແລະປັດຈຸບັນນີ້ງັດຍັງເປັນຫຼາຍໆຢ່າງ ທີ່ສັງຄົມລາວຕ້ອງການ.

ວິທີສັງເກດວັດລາວ : ເນື່ອງຈາກວ່າວັດມີພັນທະແລະໜ້າທີ່ດັ່ງທີ່ກ່າວມາແລ້ວ ວັດຍ່ອມ ມີເອກະລັກ ທີ່ບົງບອກເຖິງຄວາມເປັນຊາດອີກ.
- ຄວາມຈິງ "ວັດ" ເປັນຊື່ຮຽກສະເພາະວັດທາງພຣະພຸດທະສາສນາເທົ່ານັ້ນ ວັດຂອງສາສນາອື່ນຈະຮຽກແຕກຕ່າງກັນອອກໄປ ເຊັ່ນ ວັດຊາວຄຣິສຕ໌ຮຽກວ່າ "ໂບສ" ວັດຂອງອິສລາມ ຮຽກວ່າ "ມັສຮີສຫ໌" ວັດຂອງສາສນາພຣາມ ຮຽກວ່າ "ໂບສ" ພຣາມ, ສ່ວນລັດທິອື່ນໆ ຈະບໍ່ມີວັດ ຫຼືໂບສ ແຕ່ຈະຖືກຮຽກວ່າ "ຫໍ ຫຼືທັມມະສະຖານ" ດ່ັງນີ້ເປັນເຄົ້າ.
- ວັດທາງພຣະພຸດທະສາສນາ ຈະມີການແບ່ງກັນອອກເປັນ ໓ ລັກສະນະໃຫຍ່ ດັ່ງນີ້ ຄື:
ກ. ເຂດພຸດທາວາດ
ຂ. ເຂດທັມມາວາດ
ຄ. ເຂດສັງຄາວາດ
- ເຂດພຸດທາວາດ ໄດ້ແກ່ສີມ, ວິຫານ ແລະຫໍພຣະ.
- ເຂດທັມມາວາດ ໄດ້ແກ່ຫໍແຈກ, ຫໍພຣະໄຕປິດົກ ແລະຕູ້ຄຳພີ.
- ເຂດສັງຄາວາເດ ໄດ້ແກ່ກຸຕິ ທີ່ພຳນັກສົງກ
ເມື່ອສັງລວມເຂົ້າແລ້ວ ວັດໃນທາງພຸດທະສາສນາ ກໍຕ້ອງມີສີມ, ມີຫໍແຈກ, ມີວິຫານ ແລະກຸດຕິສົງ.
- ແຕ່ວັດໃນທາງພຣະພຸດທະສາສນາ ສ່ວນໃຫຍ່ຈະມີຄວາມເໝືອນກັນທຸກໆ ປະເທດ ແຕ່ມີເອກລັກຂອງແຕ່ລະປະເທດອອກໄປອີກສ່ວນຫຍ່ອຍໆ ຖືເປັນເອກລັກ ໂດຍສະເພາະ ວັດລາວ ຈະມີຄວາມແຕກຕ່າງອອກໄປຈາກວັດຂອງປະເທດອື່ນ ມີວິທີສັງເກດລັກສະນະເຊັ່ນນີ້ ຄື:
- ວັດລາວ ມີສິ່ງທີ່ສັງເກດ ແມ່ນທຸກໆວັດຈະມີນາກ ເປັນສັນຍາລັກທາງຂຶ້ນຂັ້ນໃດຂອງ ສິມ ແລະຫໍແຈກ ແຕ່ດຽວນີ້ ໃນບາງປະເທດ ໂດຍສະເພາະປະເທດໄທຍ໌ ເນື່ອງຈາກອານາຈັກລ້ານນານັ້ນ ເຄີຍເປັນລາວມາກ່ອນ ຍ່ອມນັບຖືນາກ ແຕ່ດຽວນີ້ໄດ້ກ່າຍເປັນປະເທດໄທຍ໌, ໃນພາກອີສານຂອງໄທຍ໌ ກ່ອນເປັນເຂດໜຶ່ງຂອງອານາຈັກລ້ານຊ້າງ ແຕ່ດຽວນີ້ເປັນສ່ວນໜຶ່ງຂອງປະເທດໄທຍ໌ ບັນຫາຫົວເມືອງເຫຼົ່ານີ້ ຍ່ອມນັບຖືວັດທະນະທັມແບບລາວ ໂດຍສະເພາະສີລປະ ນັບຖືນາກ ຍັງຖືກປະຕິບັດໃນຊຸມຊົນລ້ານນາ ແລະອື່ນສານ ນອກຈາກນັ້ນໃນພາກກາງຂອງ ເທດໄທຍ ພຣະສົງຂອງສອງເຂດນີ້ໄດ້ໄປເປັນຜູ້ນຳທາງຈິດວິນຍານໃນພາກກາງ ຍ່ອມເອົາວັດທະນະທັມທ້ອງຖິ່ນຂອງຕົນໄປເຜີຍແຜ່ ຈຶ່ງເຮັດໃຫ້ໃນປະເທດໄທຍ໌ບາງເຂດ ປາກົດເຫັນທາງຂຶ້ນຫໍແຈກ ແລະສິມມີນາກປະກົດດ້ວຍ ຕົວຢ່າງວັດເຂົາສຸກິມ ແຂວງຈັນທະບູຣີ ແມ່ນພຣະອາຈານສົມຊາຍ ເປັນຄົນອີສານເຊຶ້ອສາຍວຽງຈັນ ອອກຈາກວັດຈອມໄຕ ໄປສ້າງວັດນັ້ນ ຈຶ່ງເຫັນສີລປະນາກເຂົ້າໄປມີອິດທິພົນໃນວັດນັ້ນ
- ຫາກເປັນເຊັ່ນນັ້ນ ຕ້ອງສັງເກດເບິ່ງວ່າ ວັດລາວແທ້ໆ ກໍຕ້ອງມີຍອດຊໍ່ຟ້າ ປະກົດວ່າ ມີແຕ່ສະຖາປັດຕະຍະກັມລາວ ເທ່ົານັ້ນທີ່ມີຍອດຊໍ່ຟ້າ ໄທຍ໌ ແລະຂະເໝນບໍ່ມີ, ແຕ່ຈະປາກົດມີແຕ່ໃນບາງວັດໃນພາກອີສານເທົ່ານັ້ນ ແຕ່ສັງເກດເຫັນວ່າ ທີ່ວັດບ້ານໄຮ່ ຂອງຫຼວງພໍ່ຄູນ ປະຣິສຸດໂທ ນັ້ນສິມທີ່ວັດທ່ານຈະມີຍອດຊໍ່ຟ້າ ນັ້ນຄືວັດທະນະທັມລາວ,