25600204

ຊ້າງເອຣາວັນ

Arawan Elephent
- ໃນເລື່ອງລາມາຍະນະ ແລະຄວາມເຊື່ອຂອງສາສນາຮີນດູ ກ່າວເຖິງພຣະອິນວ່າມີຮ່າງສີຂຽວ ມີພາຫານະເປັນຊ້າງສາມເຊືອກ(ໂຕ) ເຊືອກໜຶ່ງພຣະສີວະເປັນຜູ້ປະທານໃຫ້ ຊື່ວ່າເອຣາວັນ ເຊືອກໜຶ່ງພຣະພຣົຫ໌ມເປັນຜູ້ປະທານໃຫ້ ຊື່ວ່າຄີຣີເມຂລາໄຕຣຕາຍຸຄ ແລະອີກເຊືອກໜຶ່ງພຣະວິສນຸເປັນຜູ້ປະທານໃຫ້ຊື່ວ່າເອກະທັນຕາ.

- ຊ້າງເອຣາວັນ ເປັນຊ້າງທີ່ມີພະລະກຳລັງຫຼາຍທີ່ສຸດໃນໝູ່ຊ້າງສາມເຊືອກ ແລະເປັນທີ່ໂຜດປານຫຼາຍທີ່ສຸດຂອງພຣະອິນ ເຊື່ອກັນວ່າຊ້າງເຊືອກນີ້ເປັນເທບພະບຸດອົງໜຶ່ງ ເມື່ອພຣະອິນຕ້ອງການຈະສະເດັດໄປໃສມາໃສເອຣາວັນເທບພະບຸດ ກໍຈະແປງກາຍເປັນຊ້າງເຜືອກ ຂະໜາດສູງເທົ່າພູເຂົາເອເວີຣ໌ເຣສ໌ຕ ມີ ໓໓ ສຽນ(ຫົວ) ແຕ່ລະສຽນ ມີ ໗ ງາ, ແຕ່ລະງາຍາວເຖິງ ໔ ລ້ານວາ, ງາແຕ່ລະງາ ມີສະບົວ ໗ ສະ, ແຕ່ລະສະມີບົວ ໗ ດອກ, ແຕ່ລະດອກມີ ໗ ກີບ ແລະມີ ໗ ເກສອນ, ແຕ່ລະເກສອນມີປາສາດຢູ່ ໗ ຫຼັງ, ແຕ່ລະຫຼັງມີ ໗ ຊັ້ນ, ແຕ່ລະຊັ້ນມີ ໗ ຫ້ອງ, ແຕ່ລະຫ້ອງມີ ໗ ບັນລັງ, ແຕ່ລະບັນລັງມີເທບພະທິດາສະຖິດຢູ່ ໗ ອົງ ແຕ່ລະອົງ ມີເທພະທິດາເປັນບໍຣິວານ ໗ ນາງ ແຕ່ລະນາງ ມີນາງລະ ໗ ທາສີ.

- ຣວມນາງເທພະອັປສນທັງໝົດປະມານ ໑໙໐.໒໔໘.໔໓໓ ນາງ, ເທພະທິດາ ບໍຣິວານຣວມກັນທັງໝົດປະມານ ໑໓.໓໓໑.໖໖໙.໐໓໑ ນາງ, ສຽນທັງ ໓໓ ຂອງຊ້າງເອຣາວັນ ມີອຸເປນະທະເທພະດາ ສະຖິດສຽນລະ ໑ ອົງ.

- ໂດຍປົກກະຕິສີລະປະລາວບູຮານມັກຈະແຕ້ມຊ້າງເອຣາວັນ ພຽງແຕ່ ໓ ສຽນເທົ່ານັ້ນ, ເຫດທີ່ແຕ້ມ ໓ ສຽນ ເພາະຮັບປະກັນຄວາມງາມ ແລະຄວາມຄືຊ້າງ ຫາກແຕ້ມທັງ ໓໓ ສຽນ ຊ້າງໂຕບັກໃຫຍ່ຄົງຈະມອງເຫັນຫົວເທົ່າເຂັມນີ້ ມັນກະຊີງາມໄດ້ຈັ່ງໃດ ?

- ໃນຄະຕິຄວາມເຊື່ອຂອງຊາວຮິນດູໃນພາກພື້ນສຸວັນນະພູມນີ້ ຖືພະພົມ ພະນາຣາຍ ພະສີວະ ພະພົມ ແລະພະວິສະນຸ ເຮົາຈະເຫັນຜາສາດຫີນຂອງຊົນຊາດທ່ນັບຖືສາສນາ ພາມ ຮີນດູ ທັງໃນຂະເໝນ-ລາວ-ໄທຍ໌-ຫວຽດນາມ ຈະປາກົດເຫັນພະອິນ ຊົງຊ້າງເອຣາວັນ, ເມື່ອພຸດທະສາສະໜາທັງມະຫາຍານ ແລະເຖຣະວາດເຂົ້າມາມີອິດທິພົນແທນທີ່ແລ້ວ ຍງຍ້ອນຄວາມເຊື່ອເດີມ ມາປະສົມກັບພຸດ ຖືພະຍາອິນເປັນໃຫຍ່ ສະນັ້ນເຮົາຈຶ່ງເຫັນຊາດທີ່ນັບຖືພຸດໃນພາພື້ນນີ້ນັບຖືພະອິນ ແລະຊ້າງເອຣາວັນໃນຄວາມເຊື່ອຂອງຊາດຕົນ.

- ຄົນລາວໃນອະດິດກ່ອນປະຫວັດສາດ ກ່ອນສະໄໝພະເຈົ້າຟ້າງຸ່ມທ້ອນໂຮມລ້ານຊ້າງ ນັບຖືສາສນາແຖນ, ບາງຫົວເມືອງຖືສາສນາພຸດ ເຊັ່ນຈັນທະລີ ສີໂຄດ ແລະເມືອງອື່ນໆ ທີເປັນບໍວານ