25550212
25550104
ວິທີສັງເກດເບິ່ງວັດລາວ
ວັດ : ຄືສະຖານທີ່ພຳນັກຂອງສົງ.
ວັດ : ຄືສະຖານທີ່ທຳບຸນຂອງສາສນິກະຊົນ.
ວັດ : ຄືວິທະໄລຊີວິດ ວິທະຍາໄລຄຸນະທັມ.
ວັດ : ຄືແຫຼ່ງທ້ອນໂຮມສະຖາປັດຕະຍະກັມຂອງຊາດ, ສາສນາ.
ວັດ : ຄືແຫຼ້ງສ້າງ ແລະສະສົມສີລະປະຫັດຖະກັມ ແລະສີລະປະວັນນະກັມຂອງຊາດ ສາສນາ.
ວັດ : ເປັນຫໍສະໝຸດ,
ວັດ : ເປັນທີ່ພັກແຮມຂອງຄົນເດີນທາງ.
ວັດ ; ເປັນໂຮງໝໍ.
ວັດ : ຄືແຫຼ່ງສ້າງ ແລະຮັກສາສັບສິນທາງປັນຍາຂອງສັງຄົມ ແລະປະເທດຊາດ ແລະປັດຈຸບັນນີ້ງັດຍັງເປັນຫຼາຍໆຢ່າງ ທີ່ສັງຄົມລາວຕ້ອງການ.

ວິທີສັງເກດວັດລາວ : ເນື່ອງຈາກວ່າວັດມີພັນທະແລະໜ້າທີ່ດັ່ງທີ່ກ່າວມາແລ້ວ ວັດຍ່ອມ ມີເອກະລັກ ທີ່ບົງບອກເຖິງຄວາມເປັນຊາດອີກ.
- ຄວາມຈິງ "ວັດ" ເປັນຊື່ຮຽກສະເພາະວັດທາງພຣະພຸດທະສາສນາເທົ່ານັ້ນ ວັດຂອງສາສນາອື່ນຈະຮຽກແຕກຕ່າງກັນອອກໄປ ເຊັ່ນ ວັດຊາວຄຣິສຕ໌ຮຽກວ່າ "ໂບສ" ວັດຂອງອິສລາມ ຮຽກວ່າ "ມັສຮີສຫ໌" ວັດຂອງສາສນາພຣາມ ຮຽກວ່າ "ໂບສ" ພຣາມ, ສ່ວນລັດທິອື່ນໆ ຈະບໍ່ມີວັດ ຫຼືໂບສ ແຕ່ຈະຖືກຮຽກວ່າ "ຫໍ ຫຼືທັມມະສະຖານ" ດ່ັງນີ້ເປັນເຄົ້າ.
- ວັດທາງພຣະພຸດທະສາສນາ ຈະມີການແບ່ງກັນອອກເປັນ ໓ ລັກສະນະໃຫຍ່ ດັ່ງນີ້ ຄື:
ກ. ເຂດພຸດທາວາດ
ຂ. ເຂດທັມມາວາດ
ຄ. ເຂດສັງຄາວາດ
- ເຂດພຸດທາວາດ ໄດ້ແກ່ສີມ, ວິຫານ ແລະຫໍພຣະ.
- ເຂດທັມມາວາດ ໄດ້ແກ່ຫໍແຈກ, ຫໍພຣະໄຕປິດົກ ແລະຕູ້ຄຳພີ.
- ເຂດສັງຄາວາເດ ໄດ້ແກ່ກຸຕິ ທີ່ພຳນັກສົງກ
ເມື່ອສັງລວມເຂົ້າແລ້ວ ວັດໃນທາງພຸດທະສາສນາ ກໍຕ້ອງມີສີມ, ມີຫໍແຈກ, ມີວິຫານ ແລະກຸດຕິສົງ.
- ແຕ່ວັດໃນທາງພຣະພຸດທະສາສນາ ສ່ວນໃຫຍ່ຈະມີຄວາມເໝືອນກັນທຸກໆ ປະເທດ ແຕ່ມີເອກລັກຂອງແຕ່ລະປະເທດອອກໄປອີກສ່ວນຫຍ່ອຍໆ ຖືເປັນເອກລັກ ໂດຍສະເພາະ ວັດລາວ ຈະມີຄວາມແຕກຕ່າງອອກໄປຈາກວັດຂອງປະເທດອື່ນ ມີວິທີສັງເກດລັກສະນະເຊັ່ນນີ້ ຄື:
- ວັດລາວ ມີສິ່ງທີ່ສັງເກດ ແມ່ນທຸກໆວັດຈະມີນາກ ເປັນສັນຍາລັກທາງຂຶ້ນຂັ້ນໃດຂອງ ສິມ ແລະຫໍແຈກ ແຕ່ດຽວນີ້ ໃນບາງປະເທດ ໂດຍສະເພາະປະເທດໄທຍ໌ ເນື່ອງຈາກອານາຈັກລ້ານນານັ້ນ ເຄີຍເປັນລາວມາກ່ອນ ຍ່ອມນັບຖືນາກ ແຕ່ດຽວນີ້ໄດ້ກ່າຍເປັນປະເທດໄທຍ໌, ໃນພາກອີສານຂອງໄທຍ໌ ກ່ອນເປັນເຂດໜຶ່ງຂອງອານາຈັກລ້ານຊ້າງ ແຕ່ດຽວນີ້ເປັນສ່ວນໜຶ່ງຂອງປະເທດໄທຍ໌ ບັນຫາຫົວເມືອງເຫຼົ່ານີ້ ຍ່ອມນັບຖືວັດທະນະທັມແບບລາວ ໂດຍສະເພາະສີລປະ ນັບຖືນາກ ຍັງຖືກປະຕິບັດໃນຊຸມຊົນລ້ານນາ ແລະອື່ນສານ ນອກຈາກນັ້ນໃນພາກກາງຂອງ ເທດໄທຍ ພຣະສົງຂອງສອງເຂດນີ້ໄດ້ໄປເປັນຜູ້ນຳທາງຈິດວິນຍານໃນພາກກາງ ຍ່ອມເອົາວັດທະນະທັມທ້ອງຖິ່ນຂອງຕົນໄປເຜີຍແຜ່ ຈຶ່ງເຮັດໃຫ້ໃນປະເທດໄທຍ໌ບາງເຂດ ປາກົດເຫັນທາງຂຶ້ນຫໍແຈກ ແລະສິມມີນາກປະກົດດ້ວຍ ຕົວຢ່າງວັດເຂົາສຸກິມ ແຂວງຈັນທະບູຣີ ແມ່ນພຣະອາຈານສົມຊາຍ ເປັນຄົນອີສານເຊຶ້ອສາຍວຽງຈັນ ອອກຈາກວັດຈອມໄຕ ໄປສ້າງວັດນັ້ນ ຈຶ່ງເຫັນສີລປະນາກເຂົ້າໄປມີອິດທິພົນໃນວັດນັ້ນ
- ຫາກເປັນເຊັ່ນນັ້ນ ຕ້ອງສັງເກດເບິ່ງວ່າ ວັດລາວແທ້ໆ ກໍຕ້ອງມີຍອດຊໍ່ຟ້າ ປະກົດວ່າ ມີແຕ່ສະຖາປັດຕະຍະກັມລາວ ເທ່ົານັ້ນທີ່ມີຍອດຊໍ່ຟ້າ ໄທຍ໌ ແລະຂະເໝນບໍ່ມີ, ແຕ່ຈະປາກົດມີແຕ່ໃນບາງວັດໃນພາກອີສານເທົ່ານັ້ນ ແຕ່ສັງເກດເຫັນວ່າ ທີ່ວັດບ້ານໄຮ່ ຂອງຫຼວງພໍ່ຄູນ ປະຣິສຸດໂທ ນັ້ນສິມທີ່ວັດທ່ານຈະມີຍອດຊໍ່ຟ້າ ນັ້ນຄືວັດທະນະທັມລາວ,

25540930
25540926
ວັດສີສະເກດ
- ວັດ ສີສະເກດ ຊື່ທີ່ເປັນທາງການ ເຊິ່ງປາກົດໃນສີລາຈາຣືກທາງເຂົ້າກົມມະລຽນສິມ ນັ້ນວ່າ "ວັດສະຕະະຫັສສາຣາມ" ເຊິ່ງມີຄວາມໝາຍມາຈາກ "ສະຕະ ແປວ່າ ຮ້ອຍ, ສະຫັດສະ ແປວ່າ ແປວ່າ ພັນ ອາຣມາມ ແປວ່າ ອາຮາມ ຫຼືວັດ", ເຊິ່ງແປລວມກັນວ່າ "ໜຶ່ງຮ້ອຍພັນ" ເມື່ອເອົາອາຣາມມາຜະສົມແລ້ວ ກໍໄດ້ຊື່ວ່າ "ວັດແສນ" ນັ້ນເອງ
- ວັດແສນ ຫຼືວັດສີສສະເກດ ຕັ້ງຢູ່ໃຈກາງຕົວເມືອງໃນນະຄອນຫຼວງວຽງຈັນ, ຕາມການຄົນພົບຊາກກຳແພງວັງ ເມື່ອທີ່ຖະໜົນເສດຖາທິຣາດ ເມື່ອປີ ໒໐໐໗ ຈຶ່ງເຫັນໄດ້ວ່າ ວັດສີສະເກດໃນເມື່ອກ່ອນ ສ້າງຂຶ້ນເປັນ ໒ ໄລຍະ ຄື ໄລຍະທີ ໑ ສ້າງຂຶ້ນໃນປິ ຄ.ສ ໑໕໕໑ ໃນສະໄໝພຣະບໍຣົມມະຣາຊະບິດາຂອງພຣະເຈົ້າໄຊຍະເ ຊດຖາທິຣາດ ຄື ພຣະເຈົ້າໂພທິສາຣາຊ ສະໄໝພຣະອົງໄປສົ່ງພຣະເຈົ້າໄຊຍະເຊດຖາທິຣາຊ ຄອງລ້ານນາແລ້ວ ພຣະອົງໄດ້ລົງມາທາງໃຕ້ ໄປບູລະນະພຣະທາດພຣະນົມ, ພຣະທາດບັງພວນ ແລະພຣະທາດຫຼວງແລ້ວ ພຣະອົງກໍມາພຳນັກທີ່ ພຣະຣາຊະວັງວຽງຈັນ ເຊິ່ງຂະນະນັ້ນພຣະຣາຊະບຸດຂອງພຣະອົງອີກອົງໜຶ ່ງຊົງຄອງວວຽງຈັນ, ຈົນມາຮອດສະໄໝພຣະເຈົ້າອະນຸວົງ ກັບມາສ້າງນະຄອນຫຼວງວຽງຈັນໃຫ້ເປັນຣາຊະທານີຂ ອງລ້ານຊ້າງອີກຄັ້ງໜຶ່ງ ກໍໄດ້ສ້າງວັດນີ້ຂຶ້ນໃນ ວັນພະຫັດ ຂຶ້ນ ໙ ຄ່ຳ ເດືອນ ໓ ປີຂານ ພ.ສ ໒໓໖໑ ຄ.ສ ໑໘໑໘ ເປັນວັດປະຈຳຣາຊະການຂອງພຣະບາດສົມເດັດພຣະບໍຣ ົມມະຂັດຕິຍະວົງສາ ໄຊຍະເຊດຖາທິຣາດທີ ໓ (ພຣະເຈົ້າອະນຸວົງສ໌) ແລະວັດດັ່ງກ່າວຕັ້ງຢູ່ຕໍ່ໜ້າພຣະຣາຊະວັງຫຼວ ງ (ຫໍຄຳ) ຂອງອານາຈັກສິສັດຕະນາຄະນາຫຸດ ແລ້ວພົບວ່າວັດດັ່ງກ່າວນີຕັ້ງຢູ່ນອກກຳແພງພຣ ະ ຣາຊະວັງຫຼວງ(ຫໍຄຳ) ເຊິ່ງມີແດນຕ້າຍຕໍ່ກັນເລີຍ ດ້ວຍເຫດນີ້ວັດສີສະເກດ ໃນສິໄໝພຣະເຈົ້າອະນວົງນັ້ນ ຈຶ່ງເປັນວັດສຳຄັນເທົ່າກັບວັດວັດກາງ ວໍຣະມະຫາວິຫານ (ບໍເວນໂຮງແຮມລ້ານຊ້າງ) ວັດສັດຕະມະຫາສາສະດາຣາມ (ວັດເກົ້າຍອດ) ວັດຣັດຕະນະມະຫາມະນີຣັດຣາຊະມະຫາວິຫານ (ວັດພຣະແກ້ວ) ແລະວັດຍອດແກ້ວມະຫາວິການ (ບໍຣິເວັນວັດທະຍົມເພັຍວັດ-ໂບດຄຣິດ) ວັດເຫຼົ່ານີ້, ລວມທັງວັດສິສະເກດດ້ວຍ ເຄີຍເປັນທີ່ປະທັບ ຂອງສົມເດັດພຣະສັງຄະຣາດ ແຫ່ງອາຈັກລ້ານຊ້າງວຽງຈັນ ຫຼັງຈາກສ້າງສຳເຣັດແລ້ວ ພຣະບາດສົມເດັດພຣະເຈົ້າອະນຸວົງ ໄດ້ນຳພາສາຂ້າຣາຊະບໍ ຣະພານ ແລະປະຊາຊົນສະຫຼອງວັດນີ້ຕະຫຼອດ ໙ ວັນ ໙ ຄືນ ໃນປີ ຄ.ສ ໑໘໒໔.
- ໃນປີ ຄ,ສ ໑໙໒໘ ສະໄໝທີ່ການສົງຄາມສຍາມເຂົາຍຶດຫົວເມືອງລາວ ໄດ້ທຳສົງຄາມຕໍ່ສູ້ເພື່ອຍຶດນະຄອນຫຼວງວຽງຈັນ ເຖິງ ໙ ເດືອນຈຶ່ງສຳເລັດດ້ວຍ ການເປີດປະຕູໃຫ້ສຍາມເຂົ້າ ເມື່ອສຍາມເຂົ້າຢືດນະຄອນຫຼວງວຽງຈັນແລ້ວ ພວກເຂົາໄດ້ທຳລາຍບ້ານເຮືອນ ແລະວັດໃນນະຄອນຫຼວງວຽງຈັນໝົດ ທຸກວັດ ແຕ່ວັດສີສະເກດບໍ່ໄດ້ຖືກທຳລາຍ.
໑. ໃນກົມມະລຽນ ແລະສິມ(ເຂດພຸດທາວາດ)
- ພາຍໃນບໍຣິເວນວັດ ມີສິ່ງກໍ່ສ້າງທີ່ຫຼົງເຫຼືອຈາກສົງຄາມສຍາມ-ລ າວ ແລະສ້າງໃໝ່ໃນສະໄໝຟື້ນຟູນະຄອນຫຼວງວຽງຈັນສະໄ ໝຝຣັ່ງມີດັ່ງນີ້:
ພາຍໃນບໍຣິເວນກົມມະລຽນສິມ ຫຼືພິພິດທະພັນວັດສີສະເກດນັ້ນ ມີກົມມະລຽນອ້ອມຮອບທັງສີ່ດ້ານ ເປັນວັດດຽວໃນນະຄອນຫຼວງວຽງຈັນ ທີ່ຫຼົງເຫຼືອຈາກໄພສົງຄາມ ທີ່ຍັງຄົງເອກະລັກ ສັນຍາລັກແຫ່ງວັດລາວ ທີ່ແຍກພຸດທາວາດ ທັມມະວາດ ແລະສັງຄາວາດໄວ້ຢ່າງຈະແຈ່ງ ພາບໃນກົມມະລຽນເຂົ້າໄປເປັນພຸດທາວາດ, ຢູ່ໃນກົມມະລຽນມີພຣະພຸດຮູບລຽນລາຍຢູ່ຫຼວງຫຼາ ຍ ພຣະພຸດທະຮູບນ້ອຍໆ ເຫຼົ່ານັນທຳດ້ວຍດິນເຜົາ, ລວມທັງມົດ ໖.໘໔໐ ອົງ. ສ່ວນຢູ່ດ້ານເທິງເຮັດດ້ວຍປະທາຍເພັດ ມີທັງໝົດ ໑໒໐ ອົງ ແມ່ພິມດຽວກັນ ພຣະພຸດທະຮູບທັງໆໝົດລວມທັງພຣະໃຫຍ່ພຣະນ້ອຍ ໑໐.໑໓໖ ອົງ ພຣະພຸດທະຮູບເຫຼົ່ານີ້ສ່ວນຫຼາຍເປັນພຣະທີ່ສ້ າງຂຶ້ນກັບວັດ ໂດຍສະເພາະແມ່ນ ທີ່ເຮັດດ້ວຍປະທາຍເພັດອົງໃຫຍ່ ໑໒໐ ອົງນັ້ນ ແມ່ນຫຼໍ່ໃນສະໄໝພຣະເຈົ້າອະນຸວົງ, ພຽງແຕ່ອົງໃດຊຸດໂຊມ ກໍໄດ້ສ້ອມແຊມໃນສະໄໝຝຣ່ັງ ແລະໄລຍະຕໍ່ມາ, ສ່ວນພຣະອົງນ້ອຍເຮັດດ້ວຍດິນເຜົ່າ ໖.໘໔໐ ອົງ ນັ້ນກໍເປັນພຣະພຸດທະຮູບທີ່ສ້າງຂຶ້ນໃນສະໄໝພຣ ະເຈົາອະນຸວົງ, ສ່ວນພຣະທອງສຳລິດ ທີ່ຢູ່ໃນກົມມະລຽນນັ້ນ ບາງອົງກໍຢູ່ເດີ່ນວັດ ບາງຄົງກໍນຳເອົາມາຈາກທີ່ອື່ນໃນພື້ນດິນນະຄອນ ວຽງຈັນນີ້ ເຊິ່ງທາງການບູຣະນະ ຄອນຫຼວງວຽງຈັນໃນສະໄໝ່ຝຣັ່ງປົກຄອງໄດ້ລວມມາໄ ວ້, ພຣະພຸດທະຮູບທີ່ປາກົດໃນກົມມະລຽນນີ້ ເມື່ອເບິ່ງຕາມພຸດທະລັກສະນະແລ້ວ ເປັນພຣະ ພຸດທະຮູບເປັນສ່ວນຫຼາຍ ແລະເປັນພຣະພຸດທະຮູບປາງມາຣະວິໄໍຊເປັນສ່ວນຫຼ າຍ.
໒. ພຣະປະທານໃນສິມ (ເຂດພຸດທາວາດ)
- ເດີມເປັນພຣະພຸດທະຮູບອົງນ້ອຍ ເຮັດດ້ວຍສຳຣິດ ແຕ່ພຣະເຈົ້າອະນຸວົງ ໄດ້ປະຕິສັງຂອນຂື້ນໃໝ່ ໂດຍກໍ່ກວມພຣະປະທານອົງເດີມດ້ວຍດີນຈີ່ຜະສົມ ປູນແບບູຮານ ແລະຟອກດ້ວຍຄຳປິວ ແລະມີພຣະພຸດທະຮູບທອງສຳລິດ ແລະຫິນສະໄໝຈັນທະປຸຣະ ແລະຊາຍຟອງຢູ່ດ້ວຍຫຼາຍອົງ ພຣະພຸດທະຮູບ ປະທານຫັນໜ້າໃສ່ວັງຫຼວງ (ຫໍຄຳ) ແລະຫັນພຣະພັກລົງນຳ້ຂອງ ຕາມລັກສະນະຂອງພັດທະສີມາ.
໓. ຫໍພຣະໄຕຣປີດົກ ເປັນຫໍສະໝຸດ (ເຂດທັມມາວາດ)
- ຫໍພຣະໄຕປິດົກ ເປັນທີ່ບັນຈຸພຣະໄຕຣປິດົກ ແລະຄຳພີທາງພຸດທະສາສນາ ແລະວິຊາການອື່ນໆທາງພຣະພຸດທະສາສນາ ແລະປະເພນີ ເຖິງວ່າວັດສິສະເດດບໍ່ເຄີຍຖືກເຜົາທຳລາຍໃນປາ ງສົງຄາມ ແຕ່ກໍໄດ້ຖືກປຸ້ນສະດົມເອົາໜັງສິໃບລານ ແລະພຣະໄຕຣປີດກົກໄປຈົນໝົດກ້ຽງ ຕາມການບອກເລົ່າຂອງອານາຈານມະຫາວິທະຍາໄລ ສິລະປະກອນກຸງເທບ ບອກກັບຂ້າພະເຈົ້າເປັນການສ່ວນຕົວ ໃນປີ ໑໙໙໘ ວ່າ " ໜັງສືທີ່ສຍາມປຸ້ນສະດົມ ມາຈາກວັດສິສິເກດ ແລະວັດຕ່າງໆ ຫຼືໃນວັງຫຼວງວຽງຈັນນັ້ນ ສ່ວນໜຶ່ງກໍເປັນຂອງບຸກຄົນ ແລະສ່ວນໜຶ່ງເຂົາເອົາມາໄວ້ຫໍສະໝຸດແຫ່ງຊາດ ບາງກອກ ດຽວນີ້ເປັນໜັງສືຕ້ອງຫ້າມໄປແລ້ວ, ສ່ວນທີ່ຍັງເຫຼືອນີ້ກໍແມ່ນເຫຼືອຈາກການທຳລາຍຂອງ ພວກໄທຍ໌ທີ່ຫວັງຢາກລືບລາວ ແລະອີສານອອກຈາກໂລກ ແຕ່ກໍຖືກທັດທານຈາກຄົນຫວັງດິຈຳນວນໜຶ່ງ ຈຶ່ງທຳລາຍບໍ່ໝົດ ທັງນີ້ທີ່ເຂົາທຳລາຍ ສ່ວນໃຫຍ່ຈະເປັນຕຳນານ ແລະໜັງທີ່ກ່ຽວກັບປະຫວັດສາດ" ໃນສະໄໝສຶກສາຢູ່ກຸງເທບ ເມື່ອໄດ້ຟັງເຊັ່ນນີ້ແລ້ວ ກໍໄດ້ໄປຍັງຫໍສະໝຸດແຫ່ງຊາດ ກທມ ໄດ້ໄປຂໍເບິ່ງໜັງສື ເຫຼົ່ານັ້ນ ເຈົ້າໜ້າທີ່ຈະໃຫ້ບອກຊື່ໜັງສືມາ, ຈະເຂົ້າເອົາໄປໃຫ້ ເມື່ອເຂົາຮູ້ວ່າຂ້າພະເຈົ້າເປັນຄົນລາວແລ້ວ ທາງເຈົ້າໜ້າທີ່ ກໍໄດ້ອ້າງກົດລະບຽບຫຼາຍ ເປັນຕົ້ນວ່າ ໃຫ້ໄປຂໍນັງສືຈາກສະຖານທູດລາວ ຫຼືກະຊວງການຕ່າງປະເທດຂອງລາວມາອ້າງ ແລະຕ້ອງບອກຊື່ໜັງສື ທີ່ຕ້ອງການດ້ວຍ ຈຶ່ງເອົາອອກມາໄດ້ ແຕ່ເມື່ອຖາມວ່າ ມີໜັງສືຫຍັງແນ່ໃນນັ້ນ ເຂົາກໍບໍບອກລາຍຊື່ມາ ແລ້ວຈຶ່ງຖາມເຂົາວ່າ ໜັງສືເຫຼົ່ານີ້ເອົາມາຈາກໃສ ? ເຂົາກໍຕອບວ່າ ເອົາມາຈາກຫົວເມືອງລາວ ທັງໃນວຽງຈັນ ແລະເມືອງອື່ນໆຂອງລາວ, ສຳລັບສະຖາປັດຕະຍະກັມຕັດຫຼັງຄາຫໍໄຕ ນັ້ນເປັນການຕັດ ຫຼັງແບບຈະຕຸລະມຸກ ໓ ຊັ້ນ ມີຄວາມຄ້າຍກັບຫໍໄຕຮູບຊົງໄມ້ ທີ່ບ້ານໜອງລຳຈັນ ແຂວງສະຫວັນນະເຂດ ແລະວັດດອນຮີທາດ ເມືອງໂຂງແຂວງ ຈຳປາສັກ ຈຶ່ງເຊື່ອວ່າ "ສະຖາປັດຕະຍະກັມລາວນັ້ນ ມີລັກສະນະແຕກຕ່າງກັນຫຼາຍແບບ".
- ເມື່ອກ່ອນວັດສີສະເກດນັ້ນ ມີເນື້ອທີ່ກວ້າງຂວາງ ເມື່ອມີການຟື້ນຟູນະຄອນຫຼວງວຽງຈັນຄືນໃໝ່ ບ້ານພັກ ແລະໂຮງການຫຼວງຂອງຝຣັ່ງ ໄດ້ຕັງຂຶ້ນໃນບໍຣິເວນວັດເດີມ ເຊັ່ນ ບໍລິສັດໄຟຟ້າລາວ, ເຮືອນພັກ ທີ່ເປັນສຳນັກງານຜູ້ຕ່າງໜ້າທະນາຄານພັດທະນາອ າຊີປະຈຳລາວ, ໂຮງພິມສິກສາ, ໂຮງຮຽນການປົກຄອງແຫ່ງຊາດລ້ວນແຕ່ເຄີຍເປັນດິນ ວັດສີສະເກດ, ແລະມີກຳແພງຕິດກັບຫໍຄຳ ລຽບຕາມກຳແພງຫໍພຣະແກ້ວ ແຕ່ເມື່ອໄດ້ຕັດຖະ ໜົນເສດຖາທິຣາດກໍໄດ້ຕັດກຳແພງວັດອອກຈາກກຳແພງ ວັງ, ໃນປີ ໑໙໖໓ ທາງັດຖະບານລາວ ກໍໄດ້ຂະຫຍາຍຖນົນລ້ານຊ້າງໃຫ້ກວ້າງອອກ ກໍໄດ້ຕັດດິນວັດເຂົ້າເພີ່ມອີກ ຈຶ່ງເຮັດໃຫ້ຫໍພຣະໄຕປີກົດອອກໄປນອກວັດຈັກໜ່ອ ຍ.
໔. ເສນາສະນະນອກສີມາ ຫຼເຂດພຸດທາວາດ ແລະເຊິ່ງຮຽກວ່າເຂດສັງຄາວາດ ໃນສະໄໝຟື້ນຟູນະຄອນຫຼວງວຽງຈັນນັ້ນ ຈະບໍ່ປາກົດເຫັນອາຄານ ຈະເຫັນແຕ່ຊາກສະຫຼັກຫຼັກພັງ ນັບຕັ້ງແຕ່ໂຮງໄຟຟ້າ ຈົນຮອດໂຮງພິມສຶກສາ, ສະນັ້ນຈຶ່ງມີການສ້າງຂຶ້ນໃໝ່ທັງໝົດ ແລະສ້າງຂຶ້ນໂດຍທາງການ ແລະຊາວພຸດລາວສະໄໝນັ້ນ ມີ ສາລາໂຮງທຳ ແລະມີກຸຕິເຈົ້າເພັດຊະຣາດ ຣັດຕະນະວົງສາ ເຊື່ງພຣະອົງໄດ້ມີສັດມທາສ້າງສະຊົງຜນວດ ອາຄານທັງສອງ ຍັງອະນຸລັກໄວ້ ໃນຄວາມຄຸ້ມຄອງຂອງກຸມວັດຖຸບູຮານ ແລະບູຮານຄະດີ.
- ວັດແສນ ຫຼືວັດສີສສະເກດ ຕັ້ງຢູ່ໃຈກາງຕົວເມືອງໃນນະຄອນຫຼວງວຽງຈັນ, ຕາມການຄົນພົບຊາກກຳແພງວັງ ເມື່ອທີ່ຖະໜົນເສດຖາທິຣາດ ເມື່ອປີ ໒໐໐໗ ຈຶ່ງເຫັນໄດ້ວ່າ ວັດສີສະເກດໃນເມື່ອກ່ອນ ສ້າງຂຶ້ນເປັນ ໒ ໄລຍະ ຄື ໄລຍະທີ ໑ ສ້າງຂຶ້ນໃນປິ ຄ.ສ ໑໕໕໑ ໃນສະໄໝພຣະບໍຣົມມະຣາຊະບິດາຂອງພຣະເຈົ້າໄຊຍະເ
- ໃນປີ ຄ,ສ ໑໙໒໘ ສະໄໝທີ່ການສົງຄາມສຍາມເຂົາຍຶດຫົວເມືອງລາວ ໄດ້ທຳສົງຄາມຕໍ່ສູ້ເພື່ອຍຶດນະຄອນຫຼວງວຽງຈັນ ເຖິງ ໙ ເດືອນຈຶ່ງສຳເລັດດ້ວຍ ການເປີດປະຕູໃຫ້ສຍາມເຂົ້າ ເມື່ອສຍາມເຂົ້າຢືດນະຄອນຫຼວງວຽງຈັນແລ້ວ ພວກເຂົາໄດ້ທຳລາຍບ້ານເຮືອນ ແລະວັດໃນນະຄອນຫຼວງວຽງຈັນໝົດ ທຸກວັດ ແຕ່ວັດສີສະເກດບໍ່ໄດ້ຖືກທຳລາຍ.
໑. ໃນກົມມະລຽນ ແລະສິມ(ເຂດພຸດທາວາດ)
- ພາຍໃນບໍຣິເວນວັດ ມີສິ່ງກໍ່ສ້າງທີ່ຫຼົງເຫຼືອຈາກສົງຄາມສຍາມ-ລ
ພາຍໃນບໍຣິເວນກົມມະລຽນສິມ ຫຼືພິພິດທະພັນວັດສີສະເກດນັ້ນ ມີກົມມະລຽນອ້ອມຮອບທັງສີ່ດ້ານ ເປັນວັດດຽວໃນນະຄອນຫຼວງວຽງຈັນ ທີ່ຫຼົງເຫຼືອຈາກໄພສົງຄາມ ທີ່ຍັງຄົງເອກະລັກ ສັນຍາລັກແຫ່ງວັດລາວ ທີ່ແຍກພຸດທາວາດ ທັມມະວາດ ແລະສັງຄາວາດໄວ້ຢ່າງຈະແຈ່ງ ພາບໃນກົມມະລຽນເຂົ້າໄປເປັນພຸດທາວາດ, ຢູ່ໃນກົມມະລຽນມີພຣະພຸດຮູບລຽນລາຍຢູ່ຫຼວງຫຼາ
໒. ພຣະປະທານໃນສິມ (ເຂດພຸດທາວາດ)
- ເດີມເປັນພຣະພຸດທະຮູບອົງນ້ອຍ ເຮັດດ້ວຍສຳຣິດ ແຕ່ພຣະເຈົ້າອະນຸວົງ ໄດ້ປະຕິສັງຂອນຂື້ນໃໝ່ ໂດຍກໍ່ກວມພຣະປະທານອົງເດີມດ້ວຍດີນຈີ່ຜະສົມ ປູນແບບູຮານ ແລະຟອກດ້ວຍຄຳປິວ ແລະມີພຣະພຸດທະຮູບທອງສຳລິດ ແລະຫິນສະໄໝຈັນທະປຸຣະ ແລະຊາຍຟອງຢູ່ດ້ວຍຫຼາຍອົງ ພຣະພຸດທະຮູບ ປະທານຫັນໜ້າໃສ່ວັງຫຼວງ (ຫໍຄຳ) ແລະຫັນພຣະພັກລົງນຳ້ຂອງ ຕາມລັກສະນະຂອງພັດທະສີມາ.
໓. ຫໍພຣະໄຕຣປີດົກ ເປັນຫໍສະໝຸດ (ເຂດທັມມາວາດ)
- ຫໍພຣະໄຕປິດົກ ເປັນທີ່ບັນຈຸພຣະໄຕຣປິດົກ ແລະຄຳພີທາງພຸດທະສາສນາ ແລະວິຊາການອື່ນໆທາງພຣະພຸດທະສາສນາ ແລະປະເພນີ ເຖິງວ່າວັດສິສະເດດບໍ່ເຄີຍຖືກເຜົາທຳລາຍໃນປາ
- ເມື່ອກ່ອນວັດສີສະເກດນັ້ນ ມີເນື້ອທີ່ກວ້າງຂວາງ ເມື່ອມີການຟື້ນຟູນະຄອນຫຼວງວຽງຈັນຄືນໃໝ່ ບ້ານພັກ ແລະໂຮງການຫຼວງຂອງຝຣັ່ງ ໄດ້ຕັງຂຶ້ນໃນບໍຣິເວນວັດເດີມ ເຊັ່ນ ບໍລິສັດໄຟຟ້າລາວ, ເຮືອນພັກ ທີ່ເປັນສຳນັກງານຜູ້ຕ່າງໜ້າທະນາຄານພັດທະນາອ
໔. ເສນາສະນະນອກສີມາ ຫຼເຂດພຸດທາວາດ ແລະເຊິ່ງຮຽກວ່າເຂດສັງຄາວາດ ໃນສະໄໝຟື້ນຟູນະຄອນຫຼວງວຽງຈັນນັ້ນ ຈະບໍ່ປາກົດເຫັນອາຄານ ຈະເຫັນແຕ່ຊາກສະຫຼັກຫຼັກພັງ ນັບຕັ້ງແຕ່ໂຮງໄຟຟ້າ ຈົນຮອດໂຮງພິມສຶກສາ, ສະນັ້ນຈຶ່ງມີການສ້າງຂຶ້ນໃໝ່ທັງໝົດ ແລະສ້າງຂຶ້ນໂດຍທາງການ ແລະຊາວພຸດລາວສະໄໝນັ້ນ ມີ ສາລາໂຮງທຳ ແລະມີກຸຕິເຈົ້າເພັດຊະຣາດ ຣັດຕະນະວົງສາ ເຊື່ງພຣະອົງໄດ້ມີສັດມທາສ້າງສະຊົງຜນວດ ອາຄານທັງສອງ ຍັງອະນຸລັກໄວ້ ໃນຄວາມຄຸ້ມຄອງຂອງກຸມວັດຖຸບູຮານ ແລະບູຮານຄະດີ.
ສຸວັນນະໂຄມຄຳ
ເມືອງເກົ່າສຸວັນນະໂຄມຄຳ
ຕັ້ງຢູ່ໃນເຂດທີ່ເຄີຍເກາະເຂີນເຊິ່ງໄດ້ຫາຍສາຍສູນໄປແລ້ວ
ພາຍຫຼັງທີ່ນ້ຳຂອງໄດ້ ປ່ຽນທາງເດີນນ້ຳ
ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ ໓ ກິໂລແມັດ ຮຽກວ່າ
ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼືເມືອງສຸວັນນະໂຄມຄຳ ຍັງເປັນສຸດເຂດຕາເວັນຕົກຂອງປະເທດລາວ ຄື
ຫ່າງຈາກ ເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ ໔໐ ກິໂລແມັດທາງບົກ ຫຼື ໖໐
ກິໂລແມັດທາງນ້ຳ.
ສະຖານທີ່ດັ່ງກ່າວເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ຮຽກວ່າ ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາກາຍເປັນ ນາຄະນະຄອນ, ນະຄອນຊຽງລາວ, ນະຄອນເງິນຍວງ (ເງິນ ຍາງ), ຫິຣັນນະຄອນ ແລະນະຄອນຊຽງແສນ(ເກົ່າ).
ໃນສະຖານທີ່ເມືອງເກົ່າພົບ ບູຮານສະຖານ ໔໔ ແຫ່ງ ສ້າງໂດຍດິນຈີ່ ແລະປູນ ໄດ້ແກ່: ພຣະອຸໂປ ສົດ, ພຣະທາດ, ພຣະພຸດທະຮູບ, ໜອງນ້ຳ ຯລຯ.
ສິ່ງທີ່ຍັງຄົງງົດງາມ ແລະສະຫງ່າຕະການຕາທີ່ເຫຼືອໃຫ້ເຫັນ ທີ່ສາມາດລອດພົ້ນຈາກການປຸ້ນສົມບັດໃນສະໄໝ ກ່ອນໄດ້ແກ່:ພຣະພຸດທະຮູບປາງສະມາທິ ສ້າງດ້ວຍດິນຈີ່ ແລະປູນ; ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມ ກວ້າງໜ້າຕັກ ໗.໑໐ ແມັດ, ຄວາມສູງ ໗.໒໒ ແມັດ, ບ່າແຕ່ລະຂ້າງມີຂະໜາດ ໑.໑໐ ແມັດ, ດ້ານຂ້າງແຕ່ກະໂພກ ເຖິງເຂົ່າ ໓.໖໐ ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະອາຊີຕາເວັນອອກສຽງ ໃຕ້. ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ.
ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນ ແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະ ວະລ້ານຕື້ ຫຼືພຣະຣັດສະໝີທອງສຳລິດ ທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງຂອງລາວເຮົາ.
ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ເຊິ່ງພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມບົນສອງຝາກຝັ່ງແມ່ນ້ຳຂອງ ເຊິ່ງມີສູນກາງທາງຝັ່ງຊ້າຍຂອງແມ່ນ້ຳຂອງເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ.
ນະຄອນນີ້ຖືກທຳລາຍຈາກການຮຸກຮານຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ. ອັນເປັນເຫດໃຫ້ດິນແດນລ້ານນາຖືກຍຶດ ແລະແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.
• ປະຫວັດໃນອະດີດ
ໃນຕຳນານນະຄອນໂຍນົກ ຂອງເຈົ້າຄຳໝັ້ນ ວົງກົດຣັຕຕະນະ ກ່າວໄວ້ມີຂໍ້ຄວາມດ່ັງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼືໂຄຕະບູນ ຫຼື ສີໂຄຕະບອງ ຢູ່ໃນເຂດເມືອງ ທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ ໒ ພຣະອົງ, ອົງແຮກມີພຣະນາມ ວ່າອິນທຣະວົງສາ ແລະອົງນ້ອງພຣະນາມວ່າ ໄອຍະກຸມານ ເມື່ອພຣະຣາຊະບິດາສະຫວັນນະຄົດແລ້ວ ໂອຣົດທັງສອງອົງອ້າຍ ກໍຂຶ້ນຄອງຣາດຊະສົມບັດ ແລະອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ ພຣະ ຍາອິນປະຖົມ ແລະພຣະຍາໄອກຸມານມີພຣະທິດາຊົງ ພຣະນາມວ່ານາງອູຣະສາ(ຄົງຈະເປັນ ໂອຣະສາ ພາສາໄທລື້ ) ແລະພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ, ຄັນເມື່ອພຣະ ພຣະຍາອິນທະວົງສາສະ ຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ.
ພຣະຍາໄອກຸມານ ຜູ້ເປັນອາວ ແລະ ພໍ່ເຖົ້າ ໄດ້ສະລະຕຳແໜ່ງມະຫາອຸປາຣາດ ແລ້ວພາບໍຣະວານເດີນຂຶ້ນຕາມ ລຳແມ່ນຳ້ຂອງ ເປັນເວລາ ໓ ເດືອນ ຈຶ່ງເຖິງດອນເຂີນ ເຊິ່ງຕັ້ງຢູ່ດ້ານ ຊ້າຍປາກແມ່ນ້ຳກົກ ທິດຕາເວັນຕົກ ພຣະຍາໄອກຸມານ ຈຶ່ງຕັດສິນໃຈຕັ້ງຣາຊະນະຄອນທີ່ດອນເຂີນ ອັນປະກອບດ້ວຍຄົວເຮືອນເບື້ອງຄົ້ນ ໓.໐໐໐ ຄົວເຮືອນ.
ຂະນະນັ້ນ ຂ່າວດີກໍໄດ້ມາເຖິງພຣະອົງວ່າ ພຣະທິດາຂອງພຣະອົງກໍໄດ້ປະສູດພຣະໂອຣົດ ທີ່ມີເຕຊານຸພາບ ແຕ່ຍັງປະສູດ ແລະຕໍ່ມາກໍເກີດອະພິນິຫານຂຶ້ນຫຼາຍຢ່າງ ໃນຣາຊະສຳນັກນະຄອນໂຄຕະປຸຣະ(ໂຄຕະບູນ) ອັນເປັນສາເຫດໃຫ້ອາມາດຣາຊະມົນຕີຢ້ານໄພພິບັດທຳໃຫ້ບ້ານເມືອງຫຼົ້ມຈົມ.
ເມື່ອເສນາອາມາດນຳຄວາມຂື້ນທູນພຣະບິດາຜູ້ເປັນພຣະເຈົ້າແຜ່ນດິນ, ພຣະອົງເລີຍຮັບສັ່ງໃຫ້ເອົາພຣະມະເຫສີ ແລະ ຣາຊະບຸດໃສ່ແພລອຍນ້ຳ ຄັນເມື່ອພຣະເຈົ້າໄອຍະກຸມມານຊົງຊາບເລື່ອງນີ້ກໍເສີຍພະໄທຢ່າງຍິ່ງ ຈຶ່ງໄດ້ ຮັບສັ່ງໃຫ້ໄພ່ຟ້າຣາຊະດອນທຳການບູຊາໂດຍຈູດທູບທຽນ, ໂຄມໄຟ ແລະປະທີບບູຊາພະຍານາກ ໃຫ້ສະຫວ່າງ ທົ່ວແມ່ນ້ຳຂອງເປັນເວລາ ໗ ວັນ ໗ ຄືນເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງພຣະມະເຫສີ ແລະກຸມານ ນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ (ຕຳນານເລົ່າໄວ້ວ່າພະຍານາກໄດ້ສ້າງຫຼີ່ຜີຂື້ນ ຈຶ່ງປາກົດເປັນດອນຂີ້ນາກ ເພື່ອ ກັ້ນແມ່ນ້ຳຂອງ ເຮັດໃຫ້ແພຂອງອົງກຸມມານນ້ອຍໄຫຼຂື້ນເໜືອຈົນເຖິງເກາະເຂີນ) ການທີ່ ບູຊາພະຍານາກໂດຍ ການຈູດທູບ, ທຽນ, ໂຄມໄຟ ໄປຕາມແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟຂອງລາວເຮົາຄັ້ງທຳອິດ ແລະ ປະຕິບັດກັນແຕ່ນັ້ນມາຈົນເຖິງປັດຈຸບັນ.
ດ້ວຍເຫດນີ້ເອົງຊຸມຊົນທີ່ຕັ້ງຂື້ນເທິງເກາະເຂີນ ຈຶ່ງໄດ້ຖືກຂະໜານນາມວ່າ ເມືອງສຸວັນນະໂຄມຄຳ ຕາມຊື່ກຸມມານນ້ອຍນັ້ນ ເຊິ່ງມີນາມວ່າ ສຸວັນນະມຸຂະທາວາຣະ ແລະໂຄມເຊ່ິງຈູດບູຊາພະຍານາກເຊິ່ງເອີ້ນວ່າ ໂຄມຄຳ.
ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານຟັງຊິດການເຍ ຂຽນໄວ້ໃນໜັງສືສຳຫຼວດແມ່ນ້ຳຂອງ ຂອງ ທ່ານໃນສະຕະວັດທີ XIX ກ່າວໄວ້ວ່າເມືອງສຸວັນນະໂຄມຄຳ ປາກົດຕົວໃນສະຕະວັດທີ V ຂອງຄຣິດຕະການ ແລະຕາມຕຳນານນ້ຳຖ້ວມໂລກຊຶ່ງໄດ້ກ່າວເຖິງພຣະຍາສີສັດຕະນາກ ທີ່ຄອງເມືອງໜອງກະແສແສນຍ່ານ ໄດ້ນຳກຳລັງ ໗ ໂກດ(໗ ພັນລ້ານຄົນ) ຍົກລົງມາຕາມແມ່ນ້ຳຂອງ ແລະເປັນຕົ້ນກຳເນີດຂອງນາກ ໑໕ ຕະກູນໃນຫຼວງພະບາງ ແລະຕໍ່ມາຊາວເມືອງໂພທິສານຫຼວງ (ສີໂຄດຕະບູນ ຫຼືສີໂຄດຕະບອງ ເປັນຊື່ຂອມ).
ຕຳນານຍັງບອກວ່າເມືອງສຸວັນນະໂຄມຄຳນັ້ນເຕີບໂຕຢ່າງວ່ອງໄວພຽງແຕ່ ໓ ປີເທົ່ານັ້ນ ບ້ານເມືອງ ຂອງຣາຊະດອນມີເຖິງ ໓ ແສນຫຼັງ.
ແຕ່ຕໍ່ມາມີການປະພຶດບໍ່ຊື່ສັດກັບພໍ່ຄ້າ ເຊິ່ງເປັນພວກນາກຊາວຫຼວງພຣະບາງ ເຮັດໃຫ້ເກີດການຂັດແຍ້ງກັນ ຊາວຫຼວງພຣະບາງຈຶ່ງໄດ້ນຳກຳລັງມາບຸກທຳລາຍເມືອງສຸວັນນະໂຄມຄຳຈົນຮາບຄາບ ເຮັດ ໃຫ້ຊາວເມືອງແຕກຕື່ນອົບພະຍົບໄປທຸກທິດທາງ ເຊັ່ນ: ໜີເຂົ້າອຸໂມງໄປສີສັດສະນາໄລ ແລະຫຼວງພະບາງ ໂດຍໄດ້ນຳປະເພນີໄຫຼເຮືອໄຟໄປປະຕິບັດ ຈຶ່ງເກີດມີການແພ່ຂະຫຍາຍວັດທະນະທຳນີ້ຢ່າງກວ້າງຂວາງ.
ຕໍ່ມາຍັງມີຕະກູນນາກລາວຈົກຄືລາວທາງພາກເໜືອຂອງແຂວງຊຽງຮາຍ (ໄທ) ໄດ້ມາສ້າງນະຄອນ ສຸວັນນະໂຄມຄຳຂື້ນອີກຄັ້ງ ຕາມຕຳນານມີກຳແພງເມືອງອ້ອມຮອບ ໔ ດ້ານ ແຕ່ລະດ້ານຍາວ ໓ ພັນວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳທີ່ຫາຍສາບສູນໄປແລ້ວຈຶ່ງໄດ້ຊ່ຶເອີ້ນໃໝ່ວ່າ ນາເຄນທະຣະນະຄອນ, ນາກບູຣີ, ເມືອງນາກພັນທຸສີງຫະນະວັດນະຄອນ ຫຼືນະຄອນຊຽງລາວ ເນື່ອງຈາກວ່າຊາວລາວພາກ ເໜືອ(ນາກ) ເປັນຜູ້ສ້າງຂື້ນນອກຈາກຊື່ຕ່າງໆແລ້ວນັ້ນ ໃນຕຳນານຕ່າງໆຂອງຊາວລາວພາກເໜືອ ແລະ ຕຳນານ ທ້າວຮຸ່ງ-ທ້າວເຈືອງ ໄດ້ເອີ້ນວ່າ ນະຄອນເງິນຍາງ ຫຼືນະຄອນເງິນຍວງ ຕໍ່ມາເມື່ອພະຍາ ແສນພູໄດ້ ຂື້ນຄອງເມືອງດັ່ງກ່າວໄດ້ອີກຊື່ໜຶ່ງວ່າ ນະຄອນຊຽງແສນ(ເກົ່າ).
ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ, ນາກບູຣີ ຫຼືນະຄອນເງິນຍາງມາຕະຫຼອດ ໔໓ ຣາຊະສະໄໝ ຈົນເຖິງສະໄໝຂຸນເຈືອງ ກະສັດລາວຜູ້ທຳອິດທີ່ລວບລວມເຜົ່າຕ່າງໆ ໃຫ້ເປັນອານາຈັກດຽວກັນຢູ່ທາງ ພາກເໜືອ ເມື່ອ ຄ.ສ ໑໐໙໖ ຂຸນເຈືອງໄດ້ຍົກກອງທັບມາພິຊິດຫຼວງພະບາງ, ຊຽງຂວາງ ແລະ ເມືອງປະກັນ (ແຄວ້ນແກວຈີ ຂອງຫວຽດນາມ) ຈາກນັ້ນກໍລວມເປັນອານາຈັກດຽວກັນ ໂດຍສະເພາະລວມ ຕະກູນນາກ ແລະ ຕະກູນຂອມເຂົ້າດ້ວຍກັນ.
ສະນັ້ນຈຶ່ງຖືໄດ້ວ່າພຣະອົງເປັນກະສັດຜູ້ຍິ່ງໃຫຍ່ພຣະອົງໜຶ່ງຂອງບັນດາຊົນຊາດລາວ. ອານາຈັກຂອງຂຸນເຈືອງຫຼົ້ມສະລາຍໃນຣາຊະສະໄໝທີ ໔ ຂອງກະສັດຫຼວງພຣະບາງຄື ສະໄໝຂອງຂຸນກັນຮາງ ຜູ້ເຊິ່ງເປັນເຫຼັນໂຫຼນຂອງຂຸນເຈືອງ ຫຼັງຈາກພ່າຍແພ້ໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກທັບມາຈາກເມືອງແຖນ (ດຽນບຽນຟູ ຂອງຫວຽດນາມ).
ເມືອງສຸວັນນະໂຄມຄຳເຊິ່ງເປັນຊື່ເອີ້ນທຳອິດຂອງນະຄອນບູຮານແຫ່ງນີ້ ນັບວ່າໄດ້ຜ່ານການຖືກທຳລາຍ ແລະ ສ້າງຂື້ນໃໝ່ຫຼາຍຄັ້ງຫຼາຍຫົນ ແລະມີຊື່ເອີ້ນຕ່າງໆນາໆ ໃນທີ່ສຸດກໍ່ເຫຼືອໃຫ້ພຽງແຕ່ເມືອງຮ້າງທີ່ ໜ້າສະ ເທືອນໃຈ.
ປັດຈຸບັນນີ້ພຣະແນກວັດທະນະທຳແຂວງບໍ່ແກ້ວ ແລະກະຊວງຖະແຫຼງຂ່າວ ແລະວັດທະນະທຳ ໄດ້ມີມາດຕະການອະນຸລັກ ແລະປະກາດເປັນປູຊະນິຍະສະຖານແຫ່ງຊາດ ເປັນສະຖານທີ່ອະນຸລັກ ແລະ ຫວງຫ້າມ ເປັນອຸທິຍານແຫ່ງການສຶກສາຫາຄວາມຮູ້, ແຫຼ່ງທ່ອງທ່ຽວ ແລະ ພັກຜ່ອນຍ່ອນໃຈຂອງຄົ້ນຄວ້າ, ນັກສຶກສາ ແລະນັກອະນຸລັກ.
ນອກຈາກນີ້ລັດຖະບານລາວ-ໄທຍັງໄດ້ມີຄວາມຮ່ວມມືກັນໃນການຮ່ວມກັນ ຂື້ນທະບຽນເມືອງ ເກົ່າສຸວັນນະໂຄມຄຳ(ລາວ) ແລະເມືອງຊຽງແສນເກົ່າ(ໄທ)ຂຶ້ນເປັນມໍລະດົກໂລກຮ່ວມກັນອີກດ້ວຍ.
ອອກໄປບໍ່ໄກຈາກປູຊະນິຍະສະຖານແຫ່ງນີ້ມີສິ່ງດຶງດູດໃຈນັກທ່ອງທ່ຽວທີ່ມາສະຖານທີ່ແຫ່ງນີ້ຄື: ບໍ່ນຳຮ້ອນ, ຕົ້ນໄມ້ຫາຍາກຫຼາຍຊະນິດ, ຮ່ອງຮອຍອະດີດສາມຫຼຽມທອງຄຳ, ຖ້ຳຄູຫາ ແລະວິຖີຊີວິດຂອງຊົນເຜົ່າຕ່າງໆ ທີ່ຫຼາກຫຼາຍ ນອກຈາກນີ້ພໍຮອດມື້ບຸນອອກພັນສາ ກໍຈະໄດ້ເບິ່ງການໄຫຼເຮືອໄຟບູຊາພະຍານາກ ບ່ອນ ທີ່ເປັນຕົ້ນກຳເກີດຂອງປະເພນີນີ້ ແລະເມື່ອເຖິງລະດູດອກງິ້ວບານ ກໍຈະມີການຈັດປະກວດນາງສາວດອກ ງິ້ວບານ ແລະມີຮ້ານຂາຍເຄື່ອງຂອງທີ່ລະນຶກຕ່າງໆ.

25540910
ພຣະທາດບັງພວນ
- ພຣະທາດບັງພວນ ເປັນພຣະທາດເຈດີເກົ່າແກ່ແລະສຳຄັຍຍິ່ງຂອງຈັງຫວັດ(ແຂວງ)ໜອງຄາຍ
ແລະເປັນພຣະທາດທີ່ສຳຄັນອົງໜຶ່ງຂອງ ພາກອີສານ ປະດິເສະຖານທີ່ບ້ານພຣະທາດບັງພວນ
ຕຳບົນພຣະທາດບັງພວນ ອຳເພີເມືອງ ຈັງຫວັດແຂວງໜອງຄາຍ.
- ຕຳນານອຸຣັງຄະທາດກ່າວວ່າ ພຣະຍາສຸວັນນະພິງຄານ ເຂົ້າເມືອງໜອງຫານຫຼວງ(ສາກົນນະຄອນ) ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ(ອຸດອນທານີ) ພຣະຍາຈຸນລະນີພຣົມມະທັດ(ລາວເໜືອ) ພຣະຍາອິນທະປັຕຖະນະຄອນ(ຂະເໝນ- ອາດເປັນຈຳປາສັກ) ພຣະຍານັນທະເສນ ເຈົ້າເມືອງສີໂຄຕບູນຫຼວງ (ອາດເປັນເມືອງຮ້າງໜອງເຮືອທອງ) ໄດ້ຮ່ວມກັນອຸປະຖັມ ພຣະມະຫາກັສສະປະ ພ້ອມດ້ວຍພຣະອໍຣະຫັນ 500 ອົງ ທຳການກໍ່ສ້າງສ້າງ.
- ຕາມໜັງສືອຸຣັງຄະທາດ ແລະໜັງສືປະຫວັດພຸດທະສາສນາໃນລາວ ຂອງຄຳ ຈຳປາແກ້ວມະນີ ໄດ້ກ່າວວ່າ "ບູຣີຈັນ ເປັນຄົນໃຈບຸນ ໄດ້ມາເຮັດນາຢູ່ໜອງຄັນແທ ເຊື້ອນໍ້າ (ບໍຮິເວນຮ່ອງແກ-ຮ່ອງແຊງ-ບຶງທາດຫຼວງປັດຈຸບັນ) ພຣະຍານາກໄດ້ຍົກໃຫ້ບູຣີຈັນອ່ວຍລວຍ ໃຫ້ເປັນ ເຈົ້າຄອງນະຄອນຈັນທະບູຣີ ແລະພຣະອໍຣະຫັນ ຄືພຣະມະຫາພຸດທະວົງສາ ກັບພຮະມະຫາສັສສະດີ ໄດ້ມາຍັງເມືອງຈັນທະບູຣີ ກໍໄດ້ຮັບການອຸປະຖົມຈາກພຣະຍາຈັນທະບູຣີ ໄດ້ສ້າງວັດໃຫ້ພຣະອໍຣະຫັນທັງສອງພຳນັກສັ່ງສອນປະຊາຊົນໃນເມືອງຈັນທະບູຣີ ພຣະມະຫາພຸດທະວົງສາ ຢູ່ວັດປ່າແຄມບຶ່ງກໍ້າໃຕ້ (ວັດໂສກປ່າຫຼວງ-ໂຮງໝໍ 103-ຮຮ.ສັບພະວິຊາ) ພຣະມະຫາສັສສະດີ ຢູ່ວັດປ່າໂພນເໜືອນໍ້າ (ບໍຣິເວນຕຳວັດທາດຝຸ່ນ-ຮຮ.ອຸດົມວຽງຈັນ-ແຖວອະນຸສາວະຣີ-ຮອດບ້ານໂພນໄຊຍ໌) ພຣະອໍຣະຫັນທັງສອງ ໄດ້ສັ່ງສອນຊາວເມືອງຈັນທະບູຣີ ໃຫັນັບຖືພຸດທະສາສນາຢ່າງຫຼວງຫຼາຍ ຈົນສ້ຽງອາຍຸໄຂ ພຣະຍາຈັນທະບູຣີ ໄດ້ສ້າງເຈດີກໍ່ກວາມ ສາຣິກະທາດພຣະອໍຮະຫັນທັງສອງ ທີ່ວັດນັ້ນໆໆ ຕໍ່ມາໄດ້ມີພຣະຣະຫັນອີກ 3 ອົງໄດ້ເຂົ້າເຜີຍແຜ່ສາສນາອີກ ຄື ພຣະພຸດທະຣິກຂິດ ເຖະຣະ, ພຣະທັມມະຣິກຂິຕເຖຣະ ແລະພຣະສັງຄະຣິຂິດເຖຣະ ພຣະອໍຮະຫັນທັງ 3 ອົງໄດ້ເຜີຍແຜ່ສາສນາໄປໃນຫົວເມືອງຕ່າງໆ ທັງ 6 ຫົວເມືອງ ທີ່ມີມາແຕ່ສະໄໝສີໂຄດຕະບອງ ຈຶຶ່ງມີລູກສິດຫຼວງຫຼາຍ ໃນນັ້ນມີພຣະສົງລາວທີ່ມີຄວາມສຳຄັນ ແລະມີວິໄສທີ່ຈະເປັນກົກແກ່ນ ຂອງສາສນາໃນອະນາຄົດໄດ້ 5 ອົງ, ພຣະອໍຣະຫັນທັງ 3 ຈຶ່ງໄດ້ນໍາພຣະສົງຊາວງທ້ອງຖິ່ນຈຳນວນ 5 ອົງໄປຍັງເມືອງຣາຊະຄືມະຫານະ ຄອນ ເພື່ອໄປຮຽນພຣະໄຕປິດົກຈົນສຳເຣັດ ແລະໄດ້ເປັນອໍຣະຫັນ ຈຶ່ງນຳລູກສິດທັງຫ້ານັ້ນມາ ຍັງນະຄອນຈັນທະບູຣີ ພຣະອໍຣະຫັນ ທັງ 5 ນັ້ນ ມືນາມວ່າດັ່ງນີ້:
1. ພຣະມະຫາ ຣັຕຕະນະເຖຣະ
2. ພຣະມະຫາ ຈຸນລະລັຕຕະນະເຖຣະ
3.ພຣະມະຫາ ສຸວັນນະປາສາທະເຖຣະ
4. ພຣະມະຫາ ຈຸນລະສຸວັນນະປາສາທະເຖຣະ
5. ພຣະມະຫາ ສັງຄະວິຊາເຖຣະ
- ເມື່ອພຣະອໍຣະຫັນທັງ 5 ໄດ້ສຳເຣັດວິຊາທາງສາສນາແລ້ວ ພ້ອມດ້ວຍອາຈານທັງ 3 ອົງວິວັດກັບມາຍັງເມືອງຈັນທະບູຣີ ໄດ້ນຳພຣະບໍຣົມມະສາຣີຣິກະທາດຂອງພຣະພຸດມະເຈົ້າມາດ້ວຍ ຄື ພຣະຊິນະຄຸຍຫະທາດ ແລະພຣະສາຣີກະທາດອື່ນໆອີກ ຄື ດັ່ງນີ້
- ພຣະທາດຫົວເນົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ(ແມ່ນພຣະທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫຼວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເນົ່າ ແຕ່ໜັງສືຕຳນານພຣະທາດບັງພວນ ຢູ່ບ້ານຫ້ວຍບັງພວນ ຈັງຫວັດໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກວ່າພູເຂົາຫຼວງ ຄຳວ່າລວງແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫຼວງ ອາດຈະແປວ່າໂພນນາກ).
- ທາດຝາຕິນຂວາ ບັນຈຸໄວ້ທີ່ເມືອງຫຼ້າໜອງຄາຍ (ທາດໜອງຄາຍພັງລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້).
- ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈວ່າແມ່ນບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້).
- ໃນການບັນຈຸພຣະທາດຫົວເນົ່າ ໒໗ ອົງ ໄວ້ທີ່ພູເຂົາຫຼວງນັ້ນ ພຣະເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາຂອງພຣະອໍຣະຫັນ ໕ ອົງນັ້ນ.
- ຈາກຫຼັກຖານທາງໜັງສື ອຸຣັງຄະທາດ ແລະໜັງສືປະຫວັດພຸດທະສາສນາໃນລາວ ແລະໜັງສືກ່ຽວກັບປະຫວັດເມືອງວຽງຈັນ ແມ່ນມີການ ເວົ້າກ່ຽວຂ້ອງກັນ ລະຫວ່າງພຣະທາດບັງພວນ, ພຣະທາດເມືອງຫຼ້າ ແລະພຣະທາດບັງພວນ.
- ຕາມການສຳຫຼວດຂອງທາງການໄທຍ໌ ໄດ້ເບິ່ງຕາມທາງບູຮານຄະດີ ພຣະທາດບັງພວງນມີການກໍ່ສ້ສືບເນື່ອງກັນມາ 3 ສະໄໝ, ຄືຖານເດີມ ສ້າງດ້ວຍສີລາແລງ, ຊັ້ນທີສອງສ້າງດ້ວຍດິນຈີເຜົາຄອບກວາມຊັ້ນແຮກ ແລະຕໍ່ມາມີການສ້າງໃຫ້ມີຂະໜາດສູງໃຫຍ່ຂຶ້ນ, ລັກສະນະທາງບູຮານຄະດີ 2 ຊັ້ນແຮກນັ້ນ ເຫັນວ່າສອດຄ່ອງກັບຫຼັກຖານທາງບັນທຶກໃນໜັງສອຸຣັງຄະນິທານ, ປະຫວັດວຽງຈັນ ແລະປະຫວັດອື່ນໆ ທີ່ມີຢູ່ ເພາະສີລາແລງ ແລະດິນຈີເຜົາທີ່ປາກົດ ແມ່ນເປັນລັກສະນະສະຖາປັດຕະຍະກັມ ເມື່ອ 2000 ພັນປີທີ່ແລ້ວ, ໃນນັ້ນ ທາງການໄທຍ໌ຍັງໄດ້ຂຸດພົບຫຼັກຖານສຳຄັນ ຄືໄດ້ຂຸດພົບພຣະພຸດທະຮູບ 6 ອົງ, ໃນນັ້ນ 4 ອົງໄດ້ພົບຈາຣືກຣະບຸວ່າ ສ້າງໄວ້ກົງກັບ ພ.ສ 2118 ພ.ສ 2150 ພ.ສ 2158 ແລະ ພ.ສ 2167 ແລະຂໍ້ຄວາມໃນຈາຣືກ ເມື່ອ ພ.ສ 2167 ນັ້ນ, ມີປະຫວັດການສ້າງ ໂດຍໄດ້ກ່າວເຖິງພຣະໂພທິສາລະຣາຊ ເຊິ່ງເປັນກະສັດແຫ່ງອານາຈັກລ້າງຊ້າງ ເຊິ່ງມີຣາຊະທານີຢູ່ນະຄອນທີ່ຊຽງທອງ(ຫຼວງພຣະບາງ) ເມື່ອເບິ່ງຕາມຮູບແບບການກໍ່ສ້າງບູຮານສະຖານໃນບໍຣິເວນພຣະທາດບັງພວນ ສະແດງເຖິງອິດທິພົນທາງວັດທະນະທັມສະຖາປັດ ຕະຍະກັມ ຂອງລ້ານຊ້າງ
- ເມື່ອເຮົາເບິ່ງ ປະຫວັດສາດລາວ ໂດຍສະເພາະພຣະຣາຊະກໍຣະນີຍະກິດຂອງພຣະເຈົ້າ ໂພທິສາລະຣາຊແລ້ວເຫັນວ່າສອດຄ່ອງກັນ ອັນໜຶ່ງ ເມື່ອປີ 2009 ທາງລາວໄດ້ສ້າງຫໍຫຼັກເມືອງນັ້ນ ໄດ້ພົບສີລາຈາຣືກອີກເປັນຄັ້ງທີ 2 ໃນນັ້ນ ກໍໄດ້ພົບຈາຣືກໃສ່ແຜ່ນຫີນສີລາ ມີອາຍຸຄາວດຽວ ກັນກັບຈາຣືກພຣະທາດບັງພວນ ກໍແມ່ນກົງກັບສະໄໝ ພຣະເຈົ້າໂພທິສາລະຣາຊເຊັ່ນກັນ ສະນັ້ນ, ຈຶ່ງພໍຢັ້ງຢືນໄດ້ວ່າ ການສ້າງພຣະທາດບັງ ພວນຊັ້ນທີ 3 ນີ້ແມ່ນຢູ່ໃນສະໄໝພຣະເຈົ້າໂພທິສາລາຣາດ.
- ພຣະທາດບັງພວນ ເປັນພຣະສາະຖູບເຈດີ ຊົງເຮືອປາສາດສີຫຼ່ຽມ ເປັນອົງປະທານເຊິ່ງມີຊື່ຢູ່ໃນສີລາຈາຣືກວ້າ ພຣະທາດບັງພວນນເຈດີສີສັຕຕະມະຫາທານ (ຄື ເຈດີມະຫາທານ ສັຕຕະມະຫາສະຖານ ຖື ສະຖານທີ່ທັງເຈັດ ທີ່ພຮະພຸດທະອົງ ສະເຫວິຍວິມຸດຕິສຸກ ຫຼັງຕັດສະຮູ້ໃໝ່ໆ) ນອກຈາກພຣະທາດອົງປະທານແລ້ວ ໃນນັ້ນຍັງມີກຸ່ມພຣະທາດຂະໜາດ ຕ່າງໆອີກ 15 ອົງ, ທາງການໄທຍ໌ໄດ້ສັນນິຖານວ່າ ຄົງຈະສ້າງໃກ້ຄຽງກັນັບພຮະທາດບັງພວນ ມີວິຫານ 3 ຫຼັງ ສິມ 1 ຫັຼງ ສະນໍ້າ ແລະສ້າງບູຮານ.
- ນອກຈາກນັ້ນ ຍັງມີບຮານສະຖານອີກກຸ່ມໜຶ່ງ ພາຍໃນບໍຣິເວນດຽວກັນຮຽກວ່າ "ສັຕຕະມະຫາສະຖານ" ອັນເປັນສະຖານກ່ຽວເນື່ອງ ກັບພຸດທະປະວັດ ເມື່ອຄັ້ງແຮກຕັດສະຮູ້ພຣະອະນຸຕະຣະສັມມາສັມໂພທີຍານ ທີ່ພຸດທະຄະຍາ ປະເທດອີນເດັຍ ສັຕຕະມະຫາສະຖານ ສ້າງຂຶ້ນມາພາຍຫຼັງ ມີຢູ່ 3 ແຫ່ງ ຄື ທີ່ປະເທດມຽນມ້າ 1 ແຫ່ງ, ຊຽງໃໝ່ 1 ແຫ່ງ ແລະພຣະທາດບັງພວນ 1 ແຫ່ງ.
- ຫາກເຮົາມອງອະດີດ ຈະເຫັນວ່າ ທີ່ປະເທດພະມ້າ ແລະລ້ານນານັ້ນ ເປັນດິນແດນທີ່ອຸດົມສົມບູນດ້ວຍພຸດທະສາສນາ ມາແຕ່ເດີມ ຈຶ່ງມີການສ້າງສັດຕະມະຫາສະຖານ, ແລ້ວເຮົາມາເບິ່ງເບື້ອງອານາຈັກລ້ານຊ້າງຂອງເຮົາ ໃນປະຫວັດສາດ ກໍກ່າວເຖິງພຣະພຸດທະສາສນາ ເຂົາມາເຜີຍແຜ່ແຕ່ສະໄໝພຣະພຸດທະເຈົ້າຊົງພຣະຊົນ ເຊິ່ງກ່ຽວຂ້ອງກັບໜັງສືພຣະເຈົ້າລຽບໂລກ ແລະຕໍ່ມາກໍຫຼັງ ພຸດທະການກໍແມ່ນເລີ່ມຈ່າກພຣະມະຫາກັດສະປະເຖຣະໄດ້ນໍາເອົາອຸຣັງຄະທາດມາປະດິດສະຖານໄວ້ພູເຂົາກໍາພ້າ ເມືອງສີໂຄຕະບູນຫຼວງ(ທ່າແຂກ) ແລະການກ່ຽວຂ້ອງກັບວັດພຣະບາດ, ພຣະທາດຫຼວງ ແລະອື່ນໆ ມາແຕ່ ພ.ສ 8 ພຸ້ນ, ພຣະທາດບັງ ພວນກໍກ່ຽວຂ້ອງກັບພຣະທາດຫຼວງ ໃນສະໄໝພຣະຍາຈັນທະບູຣີປະສິດທິສັກ, ເຈົ້າຄອງນະຄອນຈັນທະບູຣີ ພຣະທາດບັງພວນ ກໍ່ຄືພາກ ອີສານທັງໝົດ ແມ່ນສ່ວໜຶ່ງຂອງລ້ານຊ້າງ ໂດຍສະເພາະພຣະທາດບັງພວນ ແມ່ນເປັນສ່ວນໜຶ່ງຂອງອານາຈັກຈັນທະບູຣີ ແລະລ້ານຊ້າງທັງມວນ ເຖິງປັດຈຸບັນນີ້ພຣະທາດບັງພວນ ຈະເປັນສົມບັດຂອງໄທຍ໌ ແຕ່ເຮົາເບິ່ງເບື້ອງອະດີດ ເຫັນໄດ້ວ່າອານາຈັກລ້ານຊ້າງ ກໍຄືຊົນຊາວລາວເຮົາ ເປັນດແດນທີ່ມີພຸດທະສາສນາຈະເຣີນຮຸ່ງເຮືອງເໝືອນຊຸມພູທະວີບ(ໃນອະດີດ) ຫຼັກຖານຢັ້ງຢືນ ຄື ສັຕຕະມະຫາສະຖານສ້າງໃໝ່ 3 ແຫ່ງນອກສະຊຸມພູທະວີບ ຄື ມຽນມ້າ, ລ້ານນາ ແລະລ້ານຊ້າງ ຂອງລາວເຮົານີ້ເອງ.

สมัครสมาชิก:
บทความ (Atom)