25540910

ພຣະທາດບັງພວນ

- ພຣະທາດບັງພວນ ເປັນພຣະທາດເຈດີເກົ່າແກ່ແລະສຳຄັຍຍິ່ງຂອງຈັງຫວັດ(ແຂວງ)ໜອງຄາຍ ແລະເປັນພຣະທາດທີ່ສຳຄັນອົງໜຶ່ງຂອງ ພາກອີສານ ປະດິເສະຖານທີ່ບ້ານພຣະທາດບັງພວນ ຕຳບົນພຣະທາດບັງພວນ ອຳເພີເມືອງ ຈັງຫວັດແຂວງໜອງຄາຍ.
img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!
- ຕຳນານອຸຣັງຄະທາດກ່າວວ່າ ພຣະຍາສຸວັນນະພິງຄານ ເຂົ້າເມືອງໜອງຫານຫຼວງ(ສາກົນນະຄອນ) ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ(ອຸດອນທານີ) ພຣະຍາຈຸນລະນີພຣົມມະທັດ(ລາວເໜືອ) ພຣະຍາອິນທະປັຕຖະນະຄອນ(ຂະເໝນ- ອາດເປັນຈຳປາສັກ) ພຣະຍານັນທະເສນ ເຈົ້າເມືອງສີໂຄຕບູນຫຼວງ (ອາດເປັນເມືອງຮ້າງໜອງເຮືອທອງ) ໄດ້ຮ່ວມກັນອຸປະຖັມ ພຣະມະຫາກັສສະປະ ພ້ອມດ້ວຍພຣະອໍຣະຫັນ 500 ອົງ ທຳການກໍ່ສ້າງສ້າງ.

- ຕາມໜັງສືອຸຣັງຄະທາດ ແລະໜັງສືປະຫວັດພຸດທະສາສນາໃນລາວ ຂອງຄຳ ຈຳປາແກ້ວມະນີ ໄດ້ກ່າວວ່າ "ບູຣີຈັນ ເປັນຄົນໃຈບຸນ ໄດ້ມາເຮັດນາຢູ່ໜອງຄັນແທ ເຊື້ອນໍ້າ (ບໍຮິເວນຮ່ອງແກ-ຮ່ອງແຊງ-ບຶງທາດຫຼວງປັດຈຸບັນ) ພຣະຍານາກໄດ້ຍົກໃຫ້ບູຣີຈັນອ່ວຍລວຍ ໃຫ້ເປັນ ເຈົ້າຄອງນະຄອນຈັນທະບູຣີ ແລະພຣະອໍຣະຫັນ ຄືພຣະມະຫາພຸດທະວົງສາ ກັບພຮະມະຫາສັສສະດີ ໄດ້ມາຍັງເມືອງຈັນທະບູຣີ ກໍໄດ້ຮັບການອຸປະຖົມຈາກພຣະຍາຈັນທະບູຣີ ໄດ້ສ້າງວັດໃຫ້ພຣະອໍຣະຫັນທັງສອງພຳນັກສັ່ງສອນປະຊາຊົນໃນເມືອງຈັນທະບູຣີ ພຣະມະຫາພຸດທະວົງສາ ຢູ່ວັດປ່າແຄມບຶ່ງກໍ້າໃຕ້ (ວັດໂສກປ່າຫຼວງ-ໂຮງໝໍ 103-ຮຮ.ສັບພະວິຊາ) ພຣະມະຫາສັສສະດີ ຢູ່ວັດປ່າໂພນເໜືອນໍ້າ (ບໍຣິເວນຕຳວັດທາດຝຸ່ນ-ຮຮ.ອຸດົມວຽງຈັນ-ແຖວອະນຸສາວະຣີ-ຮອດບ້ານໂພນໄຊຍ໌) ພຣະອໍຣະຫັນທັງສອງ ໄດ້ສັ່ງສອນຊາວເມືອງຈັນທະບູຣີ ໃຫັນັບຖືພຸດທະສາສນາຢ່າງຫຼວງຫຼາຍ ຈົນສ້ຽງອາຍຸໄຂ ພຣະຍາຈັນທະບູຣີ ໄດ້ສ້າງເຈດີກໍ່ກວາມ ສາຣິກະທາດພຣະອໍຮະຫັນທັງສອງ ທີ່ວັດນັ້ນໆໆ ຕໍ່ມາໄດ້ມີພຣະຣະຫັນອີກ 3 ອົງໄດ້ເຂົ້າເຜີຍແຜ່ສາສນາອີກ ຄື ພຣະພຸດທະຣິກຂິດ ເຖະຣະ, ພຣະທັມມະຣິກຂິຕເຖຣະ ແລະພຣະສັງຄະຣິຂິດເຖຣະ ພຣະອໍຮະຫັນທັງ 3 ອົງໄດ້ເຜີຍແຜ່ສາສນາໄປໃນຫົວເມືອງຕ່າງໆ ທັງ 6 ຫົວເມືອງ ທີ່ມີມາແຕ່ສະໄໝສີໂຄດຕະບອງ ຈຶຶ່ງມີລູກສິດຫຼວງຫຼາຍ ໃນນັ້ນມີພຣະສົງລາວທີ່ມີຄວາມສຳຄັນ ແລະມີວິໄສທີ່ຈະເປັນກົກແກ່ນ ຂອງສາສນາໃນອະນາຄົດໄດ້ 5 ອົງ, ພຣະອໍຣະຫັນທັງ 3 ຈຶ່ງໄດ້ນໍາພຣະສົງຊາວງທ້ອງຖິ່ນຈຳນວນ 5 ອົງໄປຍັງເມືອງຣາຊະຄືມະຫານະ ຄອນ ເພື່ອໄປຮຽນພຣະໄຕປິດົກຈົນສຳເຣັດ ແລະໄດ້ເປັນອໍຣະຫັນ ຈຶ່ງນຳລູກສິດທັງຫ້ານັ້ນມາ ຍັງນະຄອນຈັນທະບູຣີ ພຣະອໍຣະຫັນ ທັງ 5 ນັ້ນ ມືນາມວ່າດັ່ງນີ້:

1. ພຣະມະຫາ ຣັຕຕະນະເຖຣະ
2. ພຣະມະຫາ ຈຸນລະລັຕຕະນະເຖຣະ
3.ພຣະມະຫາ ສຸວັນນະປາສາທະເຖຣະ
4. ພຣະມະຫາ ຈຸນລະສຸວັນນະປາສາທະເຖຣະ
5. ພຣະມະຫາ ສັງຄະວິຊາເຖຣະ
- ເມື່ອພຣະອໍຣະຫັນທັງ 5 ໄດ້ສຳເຣັດວິຊາທາງສາສນາແລ້ວ ພ້ອມດ້ວຍອາຈານທັງ 3 ອົງວິວັດກັບມາຍັງເມືອງຈັນທະບູຣີ ໄດ້ນຳພຣະບໍຣົມມະສາຣີຣິກະທາດຂອງພຣະພຸດມະເຈົ້າມາດ້ວຍ ຄື ພຣະຊິນະຄຸຍຫະທາດ ແລະພຣະສາຣີກະທາດອື່ນໆອີກ ຄື ດັ່ງນີ້

- ພຣະທາດຫົວເນົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ(ແມ່ນພຣະທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫຼວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເນົ່າ ແຕ່ໜັງສືຕຳນານພຣະທາດບັງພວນ ຢູ່ບ້ານຫ້ວຍບັງພວນ ຈັງຫວັດໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກວ່າພູເຂົາຫຼວງ ຄຳວ່າລວງແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫຼວງ ອາດຈະແປວ່າໂພນນາກ).

- ທາດຝາຕິນຂວາ ບັນຈຸໄວ້ທີ່ເມືອງຫຼ້າໜອງຄາຍ (ທາດໜອງຄາຍພັງລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້).

- ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈວ່າແມ່ນບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້).

- ໃນການບັນຈຸພຣະທາດຫົວເນົ່າ ໒໗ ອົງ ໄວ້ທີ່ພູເຂົາຫຼວງນັ້ນ ພຣະເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາຂອງພຣະອໍຣະຫັນ ໕ ອົງນັ້ນ.

- ຈາກຫຼັກຖານທາງໜັງສື ອຸຣັງຄະທາດ ແລະໜັງສືປະຫວັດພຸດທະສາສນາໃນລາວ ແລະໜັງສືກ່ຽວກັບປະຫວັດເມືອງວຽງຈັນ ແມ່ນມີການ ເວົ້າກ່ຽວຂ້ອງກັນ ລະຫວ່າງພຣະທາດບັງພວນ, ພຣະທາດເມືອງຫຼ້າ ແລະພຣະທາດບັງພວນ.

- ຕາມການສຳຫຼວດຂອງທາງການໄທຍ໌ ໄດ້ເບິ່ງຕາມທາງບູຮານຄະດີ ພຣະທາດບັງພວງນມີການກໍ່ສ້ສືບເນື່ອງກັນມາ 3 ສະໄໝ, ຄືຖານເດີມ ສ້າງດ້ວຍສີລາແລງ, ຊັ້ນທີສອງສ້າງດ້ວຍດິນຈີເຜົາຄອບກວາມຊັ້ນແຮກ ແລະຕໍ່ມາມີການສ້າງໃຫ້ມີຂະໜາດສູງໃຫຍ່ຂຶ້ນ, ລັກສະນະທາງບູຮານຄະດີ 2 ຊັ້ນແຮກນັ້ນ ເຫັນວ່າສອດຄ່ອງກັບຫຼັກຖານທາງບັນທຶກໃນໜັງສອຸຣັງຄະນິທານ, ປະຫວັດວຽງຈັນ ແລະປະຫວັດອື່ນໆ ທີ່ມີຢູ່ ເພາະສີລາແລງ ແລະດິນຈີເຜົາທີ່ປາກົດ ແມ່ນເປັນລັກສະນະສະຖາປັດຕະຍະກັມ ເມື່ອ 2000 ພັນປີທີ່ແລ້ວ, ໃນນັ້ນ ທາງການໄທຍ໌ຍັງໄດ້ຂຸດພົບຫຼັກຖານສຳຄັນ ຄືໄດ້ຂຸດພົບພຣະພຸດທະຮູບ 6 ອົງ, ໃນນັ້ນ 4 ອົງໄດ້ພົບຈາຣືກຣະບຸວ່າ ສ້າງໄວ້ກົງກັບ ພ.ສ 2118 ພ.ສ 2150 ພ.ສ 2158 ແລະ ພ.ສ 2167 ແລະຂໍ້ຄວາມໃນຈາຣືກ ເມື່ອ ພ.ສ 2167 ນັ້ນ, ມີປະຫວັດການສ້າງ ໂດຍໄດ້ກ່າວເຖິງພຣະໂພທິສາລະຣາຊ ເຊິ່ງເປັນກະສັດແຫ່ງອານາຈັກລ້າງຊ້າງ ເຊິ່ງມີຣາຊະທານີຢູ່ນະຄອນທີ່ຊຽງທອງ(ຫຼວງພຣະບາງ) ເມື່ອເບິ່ງຕາມຮູບແບບການກໍ່ສ້າງບູຮານສະຖານໃນບໍຣິເວນພຣະທາດບັງພວນ ສະແດງເຖິງອິດທິພົນທາງວັດທະນະທັມສະຖາປັດ ຕະຍະກັມ ຂອງລ້ານຊ້າງ

- ເມື່ອເຮົາເບິ່ງ ປະຫວັດສາດລາວ ໂດຍສະເພາະພຣະຣາຊະກໍຣະນີຍະກິດຂອງພຣະເຈົ້າ ໂພທິສາລະຣາຊແລ້ວເຫັນວ່າສອດຄ່ອງກັນ ອັນໜຶ່ງ ເມື່ອປີ 2009 ທາງລາວໄດ້ສ້າງຫໍຫຼັກເມືອງນັ້ນ ໄດ້ພົບສີລາຈາຣືກອີກເປັນຄັ້ງທີ 2 ໃນນັ້ນ ກໍໄດ້ພົບຈາຣືກໃສ່ແຜ່ນຫີນສີລາ ມີອາຍຸຄາວດຽວ ກັນກັບຈາຣືກພຣະທາດບັງພວນ ກໍແມ່ນກົງກັບສະໄໝ ພຣະເຈົ້າໂພທິສາລະຣາຊເຊັ່ນກັນ ສະນັ້ນ, ຈຶ່ງພໍຢັ້ງຢືນໄດ້ວ່າ ການສ້າງພຣະທາດບັງ ພວນຊັ້ນທີ 3 ນີ້ແມ່ນຢູ່ໃນສະໄໝພຣະເຈົ້າໂພທິສາລາຣາດ.

- ພຣະທາດບັງພວນ ເປັນພຣະສາະຖູບເຈດີ ຊົງເຮືອປາສາດສີຫຼ່ຽມ ເປັນອົງປະທານເຊິ່ງມີຊື່ຢູ່ໃນສີລາຈາຣືກວ້າ ພຣະທາດບັງພວນນເຈດີສີສັຕຕະມະຫາທານ (ຄື ເຈດີມະຫາທານ ສັຕຕະມະຫາສະຖານ ຖື ສະຖານທີ່ທັງເຈັດ ທີ່ພຮະພຸດທະອົງ ສະເຫວິຍວິມຸດຕິສຸກ ຫຼັງຕັດສະຮູ້ໃໝ່ໆ) ນອກຈາກພຣະທາດອົງປະທານແລ້ວ ໃນນັ້ນຍັງມີກຸ່ມພຣະທາດຂະໜາດ ຕ່າງໆອີກ 15 ອົງ, ທາງການໄທຍ໌ໄດ້ສັນນິຖານວ່າ ຄົງຈະສ້າງໃກ້ຄຽງກັນັບພຮະທາດບັງພວນ ມີວິຫານ 3 ຫຼັງ ສິມ 1 ຫັຼງ ສະນໍ້າ ແລະສ້າງບູຮານ.

- ນອກຈາກນັ້ນ ຍັງມີບຮານສະຖານອີກກຸ່ມໜຶ່ງ ພາຍໃນບໍຣິເວນດຽວກັນຮຽກວ່າ "ສັຕຕະມະຫາສະຖານ" ອັນເປັນສະຖານກ່ຽວເນື່ອງ ກັບພຸດທະປະວັດ ເມື່ອຄັ້ງແຮກຕັດສະຮູ້ພຣະອະນຸຕະຣະສັມມາສັມໂພທີຍານ ທີ່ພຸດທະຄະຍາ ປະເທດອີນເດັຍ ສັຕຕະມະຫາສະຖານ ສ້າງຂຶ້ນມາພາຍຫຼັງ ມີຢູ່ 3 ແຫ່ງ ຄື ທີ່ປະເທດມຽນມ້າ 1 ແຫ່ງ, ຊຽງໃໝ່ 1 ແຫ່ງ ແລະພຣະທາດບັງພວນ 1 ແຫ່ງ.

- ຫາກເຮົາມອງອະດີດ ຈະເຫັນວ່າ ທີ່ປະເທດພະມ້າ ແລະລ້ານນານັ້ນ ເປັນດິນແດນທີ່ອຸດົມສົມບູນດ້ວຍພຸດທະສາສນາ ມາແຕ່ເດີມ ຈຶ່ງມີການສ້າງສັດຕະມະຫາສະຖານ, ແລ້ວເຮົາມາເບິ່ງເບື້ອງອານາຈັກລ້ານຊ້າງຂອງເຮົາ ໃນປະຫວັດສາດ ກໍກ່າວເຖິງພຣະພຸດທະສາສນາ ເຂົາມາເຜີຍແຜ່ແຕ່ສະໄໝພຣະພຸດທະເຈົ້າຊົງພຣະຊົນ ເຊິ່ງກ່ຽວຂ້ອງກັບໜັງສືພຣະເຈົ້າລຽບໂລກ ແລະຕໍ່ມາກໍຫຼັງ ພຸດທະການກໍແມ່ນເລີ່ມຈ່າກພຣະມະຫາກັດສະປະເຖຣະໄດ້ນໍາເອົາອຸຣັງຄະທາດມາປະດິດສະຖານໄວ້ພູເຂົາກໍາພ້າ ເມືອງສີໂຄຕະບູນຫຼວງ(ທ່າແຂກ) ແລະການກ່ຽວຂ້ອງກັບວັດພຣະບາດ, ພຣະທາດຫຼວງ ແລະອື່ນໆ ມາແຕ່ ພ.ສ 8 ພຸ້ນ, ພຣະທາດບັງ ພວນກໍກ່ຽວຂ້ອງກັບພຣະທາດຫຼວງ ໃນສະໄໝພຣະຍາຈັນທະບູຣີປະສິດທິສັກ, ເຈົ້າຄອງນະຄອນຈັນທະບູຣີ ພຣະທາດບັງພວນ ກໍ່ຄືພາກ ອີສານທັງໝົດ ແມ່ນສ່ວໜຶ່ງຂອງລ້ານຊ້າງ ໂດຍສະເພາະພຣະທາດບັງພວນ ແມ່ນເປັນສ່ວນໜຶ່ງຂອງອານາຈັກຈັນທະບູຣີ ແລະລ້ານຊ້າງທັງມວນ ເຖິງປັດຈຸບັນນີ້ພຣະທາດບັງພວນ ຈະເປັນສົມບັດຂອງໄທຍ໌ ແຕ່ເຮົາເບິ່ງເບື້ອງອະດີດ ເຫັນໄດ້ວ່າອານາຈັກລ້ານຊ້າງ ກໍຄືຊົນຊາວລາວເຮົາ ເປັນດແດນທີ່ມີພຸດທະສາສນາຈະເຣີນຮຸ່ງເຮືອງເໝືອນຊຸມພູທະວີບ(ໃນອະດີດ) ຫຼັກຖານຢັ້ງຢືນ ຄື ສັຕຕະມະຫາສະຖານສ້າງໃໝ່ 3 ແຫ່ງນອກສະຊຸມພູທະວີບ ຄື ມຽນມ້າ, ລ້ານນາ ແລະລ້ານຊ້າງ ຂອງລາວເຮົານີ້ເອງ.

ไม่มีความคิดเห็น:

แสดงความคิดเห็น