25540926

ວັດສີສະເກດ

- ວັດ ສີສະເກດ  ຊື່ທີ່ເປັນທາງການ  ເຊິ່ງປາກົດໃນສີລາຈາຣືກທາງເຂົ້າກົມມະລຽນສິມນັ້ນວ່າ "ວັດສະຕະະຫັສສາຣາມ" ເຊິ່ງມີຄວາມໝາຍມາຈາກ "ສະຕະ ແປວ່າ ຮ້ອຍ, ສະຫັດສະ ແປວ່າ ແປວ່າ ພັນ ອາຣມາມ ແປວ່າ ອາຮາມ ຫຼືວັດ", ເຊິ່ງແປລວມກັນວ່າ "ໜຶ່ງຮ້ອຍພັນ" ເມື່ອເອົາອາຣາມມາຜະສົມແລ້ວ ກໍໄດ້ຊື່ວ່າ "ວັດແສນ" ນັ້ນເອງ

-
ວັດແສນ ຫຼືວັດສີສສະເກດ ຕັ້ງຢູ່ໃຈກາງຕົວເມືອງໃນນະຄອນຫຼວງວຽງຈັນ, ຕາມການຄົນພົບຊາກກຳແພງວັງ ເມື່ອທີ່ຖະໜົນເສດຖາທິຣາດ ເມື່ອປີ ໒໐໐໗ ຈຶ່ງເຫັນໄດ້ວ່າ ວັດສີສະເກດໃນເມື່ອກ່ອນ ສ້າງຂຶ້ນເປັນ ໒ ໄລຍະ ຄື ໄລຍະທີ ໑ ສ້າງຂຶ້ນໃນປິ ຄ.ສ ໑໕໕໑ ໃນສະໄໝພຣະບໍຣົມມະຣາຊະບິດາຂອງພຣະເຈົ້າໄຊຍະເຊດຖາທິຣາດ ຄື ພຣະເຈົ້າໂພທິສາຣາຊ ສະໄໝພຣະອົງໄປສົ່ງພຣະເຈົ້າໄຊຍະເຊດຖາທິຣາຊ ຄອງລ້ານນາແລ້ວ ພຣະອົງໄດ້ລົງມາທາງໃຕ້ ໄປບູລະນະພຣະທາດພຣະນົມ, ພຣະທາດບັງພວນ ແລະພຣະທາດຫຼວງແລ້ວ ພຣະອົງກໍມາພຳນັກທີ່ ພຣະຣາຊະວັງວຽງຈັນ ເຊິ່ງຂະນະນັ້ນພຣະຣາຊະບຸດຂອງພຣະອົງອີກອົງໜຶ່ງຊົງຄອງວວຽງຈັນ, ຈົນມາຮອດສະໄໝພຣະເຈົ້າອະນຸວົງ ກັບມາສ້າງນະຄອນຫຼວງວຽງຈັນໃຫ້ເປັນຣາຊະທານີຂອງລ້ານຊ້າງອີກຄັ້ງໜຶ່ງ ກໍໄດ້ສ້າງວັດນີ້ຂຶ້ນໃນ ວັນພະຫັດ ຂຶ້ນ ໙ ຄ່ຳ ເດືອນ ໓ ປີຂານ ພ.ສ ໒໓໖໑ ຄ.ສ ໑໘໑໘ ເປັນວັດປະຈຳຣາຊະການຂອງພຣະບາດສົມເດັດພຣະບໍຣົມມະຂັດຕິຍະວົງສາ ໄຊຍະເຊດຖາທິຣາດທີ ໓ (ພຣະເຈົ້າອະນຸວົງສ໌) ແລະວັດດັ່ງກ່າວຕັ້ງຢູ່ຕໍ່ໜ້າພຣະຣາຊະວັງຫຼວງ (ຫໍຄຳ) ຂອງອານາຈັກສິສັດຕະນາຄະນາຫຸດ ແລ້ວພົບວ່າວັດດັ່ງກ່າວນີຕັ້ງຢູ່ນອກກຳແພງພຣ ຣາຊະວັງຫຼວງ(ຫໍຄຳ) ເຊິ່ງມີແດນຕ້າຍຕໍ່ກັນເລີຍ ດ້ວຍເຫດນີ້ວັດສີສະເກດ ໃນສິໄໝພຣະເຈົ້າອະນວົງນັ້ນ ຈຶ່ງເປັນວັດສຳຄັນເທົ່າກັບວັດວັດກາງ ວໍຣະມະຫາວິຫານ (ບໍເວນໂຮງແຮມລ້ານຊ້າງ) ວັດສັດຕະມະຫາສາສະດາຣາມ (ວັດເກົ້າຍອດ) ວັດຣັດຕະນະມະຫາມະນີຣັດຣາຊະມະຫາວິຫານ (ວັດພຣະແກ້ວ) ແລະວັດຍອດແກ້ວມະຫາວິການ (ບໍຣິເວັນວັດທະຍົມເພັຍວັດ-ໂບດຄຣິດ) ວັດເຫຼົ່ານີ້, ລວມທັງວັດສິສະເກດດ້ວຍ ເຄີຍເປັນທີ່ປະທັບ ຂອງສົມເດັດພຣະສັງຄະຣາດ ແຫ່ງອາຈັກລ້ານຊ້າງວຽງຈັນ ຫຼັງຈາກສ້າງສຳເຣັດແລ້ວ ພຣະບາດສົມເດັດພຣະເຈົ້າອະນຸວົງ ໄດ້ນຳພາສາຂ້າຣາຊະບໍ ຣະພານ ແລະປະຊາຊົນສະຫຼອງວັດນີ້ຕະຫຼອດ ໙ ວັນ ໙ ຄືນ ໃນປີ ຄ.ສ ໑໘໒໔.
-
ໃນປີ ,ສ ໑໙໒໘ ສະໄໝທີ່ການສົງຄາມສຍາມເຂົາຍຶດຫົວເມືອງລາວ ໄດ້ທຳສົງຄາມຕໍ່ສູ້ເພື່ອຍຶດນະຄອນຫຼວງວຽງຈັນ ເຖິງ ໙ ເດືອນຈຶ່ງສຳເລັດດ້ວຍ ການເປີດປະຕູໃຫ້ສຍາມເຂົ້າ ເມື່ອສຍາມເຂົ້າຢືດນະຄອນຫຼວງວຽງຈັນແລ້ວ ພວກເຂົາໄດ້ທຳລາຍບ້ານເຮືອນ ແລະວັດໃນນະຄອນຫຼວງວຽງຈັນໝົດ ທຸກວັດ ແຕ່ວັດສີສະເກດບໍ່ໄດ້ຖືກທຳລາຍ.

໑. ໃນກົມມະລຽນ ແລະສິມ(ເຂດພຸດທາວາດ)
-
ພາຍໃນບໍຣິເວນວັດ ມີສິ່ງກໍ່ສ້າງທີ່ຫຼົງເຫຼືອຈາກສົງຄາມສຍາມ-ລາວ ແລະສ້າງໃໝ່ໃນສະໄໝຟື້ນຟູນະຄອນຫຼວງວຽງຈັນສະໄໝຝຣັ່ງມີດັ່ງນີ້:
ພາຍໃນບໍຣິເວນກົມມະລຽນສິມ ຫຼືພິພິດທະພັນວັດສີສະເກດນັ້ນ ມີກົມມະລຽນອ້ອມຮອບທັງສີ່ດ້ານ ເປັນວັດດຽວໃນນະຄອນຫຼວງວຽງຈັນ ທີ່ຫຼົງເຫຼືອຈາກໄພສົງຄາມ ທີ່ຍັງຄົງເອກະລັກ ສັນຍາລັກແຫ່ງວັດລາວ ທີ່ແຍກພຸດທາວາດ ທັມມະວາດ ແລະສັງຄາວາດໄວ້ຢ່າງຈະແຈ່ງ ພາບໃນກົມມະລຽນເຂົ້າໄປເປັນພຸດທາວາດ, ຢູ່ໃນກົມມະລຽນມີພຣະພຸດຮູບລຽນລາຍຢູ່ຫຼວງຫຼາຍ ພຣະພຸດທະຮູບນ້ອຍໆ ເຫຼົ່ານັນທຳດ້ວຍດິນເຜົາ, ລວມທັງມົດ ໖.໘໔໐ ອົງ. ສ່ວນຢູ່ດ້ານເທິງເຮັດດ້ວຍປະທາຍເພັດ ມີທັງໝົດ ໑໒໐ ອົງ ແມ່ພິມດຽວກັນ ພຣະພຸດທະຮູບທັງໆໝົດລວມທັງພຣະໃຫຍ່ພຣະນ້ອຍ ໑໐.໑໓໖ ອົງ ພຣະພຸດທະຮູບເຫຼົ່ານີ້ສ່ວນຫຼາຍເປັນພຣະທີ່ສ້າງຂຶ້ນກັບວັດ ໂດຍສະເພາະແມ່ນ ທີ່ເຮັດດ້ວຍປະທາຍເພັດອົງໃຫຍ່ ໑໒໐ ອົງນັ້ນ ແມ່ນຫຼໍ່ໃນສະໄໝພຣະເຈົ້າອະນຸວົງ, ພຽງແຕ່ອົງໃດຊຸດໂຊມ ກໍໄດ້ສ້ອມແຊມໃນສະໄໝຝຣ່ັງ ແລະໄລຍະຕໍ່ມາ, ສ່ວນພຣະອົງນ້ອຍເຮັດດ້ວຍດິນເຜົ່າ ໖.໘໔໐ ອົງ ນັ້ນກໍເປັນພຣະພຸດທະຮູບທີ່ສ້າງຂຶ້ນໃນສະໄໝພຣະເຈົາອະນຸວົງ, ສ່ວນພຣະທອງສຳລິດ ທີ່ຢູ່ໃນກົມມະລຽນນັ້ນ ບາງອົງກໍຢູ່ເດີ່ນວັດ ບາງຄົງກໍນຳເອົາມາຈາກທີ່ອື່ນໃນພື້ນດິນນະຄອນວຽງຈັນນີ້ ເຊິ່ງທາງການບູຣະນະ ຄອນຫຼວງວຽງຈັນໃນສະໄໝ່ຝຣັ່ງປົກຄອງໄດ້ລວມມາໄວ້, ພຣະພຸດທະຮູບທີ່ປາກົດໃນກົມມະລຽນນີ້ ເມື່ອເບິ່ງຕາມພຸດທະລັກສະນະແລ້ວ ເປັນພຣະ ພຸດທະຮູບເປັນສ່ວນຫຼາຍ ແລະເປັນພຣະພຸດທະຮູບປາງມາຣະວິໄໍຊເປັນສ່ວນຫຼາຍ.

໒. ພຣະປະທານໃນສິມ (ເຂດພຸດທາວາດ)
-
ເດີມເປັນພຣະພຸດທະຮູບອົງນ້ອຍ ເຮັດດ້ວຍສຳຣິດ ແຕ່ພຣະເຈົ້າອະນຸວົງ ໄດ້ປະຕິສັງຂອນຂື້ນໃໝ່ ໂດຍກໍ່ກວມພຣະປະທານອົງເດີມດ້ວຍດີນຈີ່ຜະສົມ ປູນແບບູຮານ ແລະຟອກດ້ວຍຄຳປິວ ແລະມີພຣະພຸດທະຮູບທອງສຳລິດ ແລະຫິນສະໄໝຈັນທະປຸຣະ ແລະຊາຍຟອງຢູ່ດ້ວຍຫຼາຍອົງ ພຣະພຸດທະຮູບ ປະທານຫັນໜ້າໃສ່ວັງຫຼວງ (ຫໍຄຳ) ແລະຫັນພຣະພັກລົງນຳ້ຂອງ ຕາມລັກສະນະຂອງພັດທະສີມາ.

໓. ຫໍພຣະໄຕຣປີດົກ ເປັນຫໍສະໝຸດ (ເຂດທັມມາວາດ)
-
ຫໍພຣະໄຕປິດົກ ເປັນທີ່ບັນຈຸພຣະໄຕຣປິດົກ ແລະຄຳພີທາງພຸດທະສາສນາ ແລະວິຊາການອື່ນໆທາງພຣະພຸດທະສາສນາ ແລະປະເພນີ ເຖິງວ່າວັດສິສະເດດບໍ່ເຄີຍຖືກເຜົາທຳລາຍໃນປາງສົງຄາມ ແຕ່ກໍໄດ້ຖືກປຸ້ນສະດົມເອົາໜັງສິໃບລານ ແລະພຣະໄຕຣປີດກົກໄປຈົນໝົດກ້ຽງ ຕາມການບອກເລົ່າຂອງອານາຈານມະຫາວິທະຍາໄລ ສິລະປະກອນກຸງເທບ ບອກກັບຂ້າພະເຈົ້າເປັນການສ່ວນຕົວ ໃນປີ ໑໙໙໘ ວ່າ " ໜັງສືທີ່ສຍາມປຸ້ນສະດົມ ມາຈາກວັດສິສິເກດ ແລະວັດຕ່າງໆ ຫຼືໃນວັງຫຼວງວຽງຈັນນັ້ນ ສ່ວນໜຶ່ງກໍເປັນຂອງບຸກຄົນ ແລະສ່ວນໜຶ່ງເຂົາເອົາມາໄວ້ຫໍສະໝຸດແຫ່ງຊາດ ບາງກອກ ດຽວນີ້ເປັນໜັງສືຕ້ອງຫ້າມໄປແລ້ວ, ສ່ວນທີ່ຍັງເຫຼືອນີ້ກໍແມ່ນເຫຼືອຈາກການທຳລາຍຂອງ ພວກໄທຍ໌ທີ່ຫວັງຢາກລືບລາວ ແລະອີສານອອກຈາກໂລກ ແຕ່ກໍຖືກທັດທານຈາກຄົນຫວັງດິຈຳນວນໜຶ່ງ ຈຶ່ງທຳລາຍບໍ່ໝົດ ທັງນີ້ທີ່ເຂົາທຳລາຍ ສ່ວນໃຫຍ່ຈະເປັນຕຳນານ ແລະໜັງທີ່ກ່ຽວກັບປະຫວັດສາດ" ໃນສະໄໝສຶກສາຢູ່ກຸງເທບ ເມື່ອໄດ້ຟັງເຊັ່ນນີ້ແລ້ວ ກໍໄດ້ໄປຍັງຫໍສະໝຸດແຫ່ງຊາດ ກທມ ໄດ້ໄປຂໍເບິ່ງໜັງສື ເຫຼົ່ານັ້ນ ເຈົ້າໜ້າທີ່ຈະໃຫ້ບອກຊື່ໜັງສືມາ, ຈະເຂົ້າເອົາໄປໃຫ້ ເມື່ອເຂົາຮູ້ວ່າຂ້າພະເຈົ້າເປັນຄົນລາວແລ້ວ ທາງເຈົ້າໜ້າທີ່ ກໍໄດ້ອ້າງກົດລະບຽບຫຼາຍ ເປັນຕົ້ນວ່າ ໃຫ້ໄປຂໍນັງສືຈາກສະຖານທູດລາວ ຫຼືກະຊວງການຕ່າງປະເທດຂອງລາວມາອ້າງ ແລະຕ້ອງບອກຊື່ໜັງສື ທີ່ຕ້ອງການດ້ວຍ ຈຶ່ງເອົາອອກມາໄດ້ ແຕ່ເມື່ອຖາມວ່າ ມີໜັງສືຫຍັງແນ່ໃນນັ້ນ ເຂົາກໍບໍບອກລາຍຊື່ມາ ແລ້ວຈຶ່ງຖາມເຂົາວ່າ ໜັງສືເຫຼົ່ານີ້ເອົາມາຈາກໃສ ? ເຂົາກໍຕອບວ່າ ເອົາມາຈາກຫົວເມືອງລາວ ທັງໃນວຽງຈັນ ແລະເມືອງອື່ນໆຂອງລາວ, ສຳລັບສະຖາປັດຕະຍະກັມຕັດຫຼັງຄາຫໍໄຕ ນັ້ນເປັນການຕັດ ຫຼັງແບບຈະຕຸລະມຸກ ໓ ຊັ້ນ ມີຄວາມຄ້າຍກັບຫໍໄຕຮູບຊົງໄມ້ ທີ່ບ້ານໜອງລຳຈັນ ແຂວງສະຫວັນນະເຂດ ແລະວັດດອນຮີທາດ ເມືອງໂຂງແຂວງ ຈຳປາສັກ ຈຶ່ງເຊື່ອວ່າ "ສະຖາປັດຕະຍະກັມລາວນັ້ນ ມີລັກສະນະແຕກຕ່າງກັນຫຼາຍແບບ".
-
ເມື່ອກ່ອນວັດສີສະເກດນັ້ນ ມີເນື້ອທີ່ກວ້າງຂວາງ ເມື່ອມີການຟື້ນຟູນະຄອນຫຼວງວຽງຈັນຄືນໃໝ່ ບ້ານພັກ ແລະໂຮງການຫຼວງຂອງຝຣັ່ງ ໄດ້ຕັງຂຶ້ນໃນບໍຣິເວນວັດເດີມ ເຊັ່ນ ບໍລິສັດໄຟຟ້າລາວ, ເຮືອນພັກ ທີ່ເປັນສຳນັກງານຜູ້ຕ່າງໜ້າທະນາຄານພັດທະນາອາຊີປະຈຳລາວ, ໂຮງພິມສິກສາ, ໂຮງຮຽນການປົກຄອງແຫ່ງຊາດລ້ວນແຕ່ເຄີຍເປັນດິນວັດສີສະເກດ, ແລະມີກຳແພງຕິດກັບຫໍຄຳ ລຽບຕາມກຳແພງຫໍພຣະແກ້ວ ແຕ່ເມື່ອໄດ້ຕັດຖະ ໜົນເສດຖາທິຣາດກໍໄດ້ຕັດກຳແພງວັດອອກຈາກກຳແພງວັງ, ໃນປີ ໑໙໖໓ ທາງັດຖະບານລາວ ກໍໄດ້ຂະຫຍາຍຖນົນລ້ານຊ້າງໃຫ້ກວ້າງອອກ ກໍໄດ້ຕັດດິນວັດເຂົ້າເພີ່ມອີກ ຈຶ່ງເຮັດໃຫ້ຫໍພຣະໄຕປີກົດອອກໄປນອກວັດຈັກໜ່ອຍ.

໔. ເສນາສະນະນອກສີມາ ຫຼເຂດພຸດທາວາດ ແລະເຊິ່ງຮຽກວ່າເຂດສັງຄາວາດ ໃນສະໄໝຟື້ນຟູນະຄອນຫຼວງວຽງຈັນນັ້ນ ຈະບໍ່ປາກົດເຫັນອາຄານ ຈະເຫັນແຕ່ຊາກສະຫຼັກຫຼັກພັງ ນັບຕັ້ງແຕ່ໂຮງໄຟຟ້າ ຈົນຮອດໂຮງພິມສຶກສາ, ສະນັ້ນຈຶ່ງມີການສ້າງຂຶ້ນໃໝ່ທັງໝົດ ແລະສ້າງຂຶ້ນໂດຍທາງການ ແລະຊາວພຸດລາວສະໄໝນັ້ນ ມີ ສາລາໂຮງທຳ ແລະມີກຸຕິເຈົ້າເພັດຊະຣາດ ຣັດຕະນະວົງສາ ເຊື່ງພຣະອົງໄດ້ມີສັດມທາສ້າງສະຊົງຜນວດ ອາຄານທັງສອງ ຍັງອະນຸລັກໄວ້ ໃນຄວາມຄຸ້ມຄອງຂອງກຸມວັດຖຸບູຮານ ແລະບູຮານຄະດີ.

ไม่มีความคิดเห็น:

แสดงความคิดเห็น