25540910

ພຣະທາດບັງພວນ

- ພຣະທາດບັງພວນ ເປັນພຣະທາດເຈດີເກົ່າແກ່ແລະສຳຄັຍຍິ່ງຂອງຈັງຫວັດ(ແຂວງ)ໜອງຄາຍ ແລະເປັນພຣະທາດທີ່ສຳຄັນອົງໜຶ່ງຂອງ ພາກອີສານ ປະດິເສະຖານທີ່ບ້ານພຣະທາດບັງພວນ ຕຳບົນພຣະທາດບັງພວນ ອຳເພີເມືອງ ຈັງຫວັດແຂວງໜອງຄາຍ.
img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!
- ຕຳນານອຸຣັງຄະທາດກ່າວວ່າ ພຣະຍາສຸວັນນະພິງຄານ ເຂົ້າເມືອງໜອງຫານຫຼວງ(ສາກົນນະຄອນ) ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ(ອຸດອນທານີ) ພຣະຍາຈຸນລະນີພຣົມມະທັດ(ລາວເໜືອ) ພຣະຍາອິນທະປັຕຖະນະຄອນ(ຂະເໝນ- ອາດເປັນຈຳປາສັກ) ພຣະຍານັນທະເສນ ເຈົ້າເມືອງສີໂຄຕບູນຫຼວງ (ອາດເປັນເມືອງຮ້າງໜອງເຮືອທອງ) ໄດ້ຮ່ວມກັນອຸປະຖັມ ພຣະມະຫາກັສສະປະ ພ້ອມດ້ວຍພຣະອໍຣະຫັນ 500 ອົງ ທຳການກໍ່ສ້າງສ້າງ.

- ຕາມໜັງສືອຸຣັງຄະທາດ ແລະໜັງສືປະຫວັດພຸດທະສາສນາໃນລາວ ຂອງຄຳ ຈຳປາແກ້ວມະນີ ໄດ້ກ່າວວ່າ "ບູຣີຈັນ ເປັນຄົນໃຈບຸນ ໄດ້ມາເຮັດນາຢູ່ໜອງຄັນແທ ເຊື້ອນໍ້າ (ບໍຮິເວນຮ່ອງແກ-ຮ່ອງແຊງ-ບຶງທາດຫຼວງປັດຈຸບັນ) ພຣະຍານາກໄດ້ຍົກໃຫ້ບູຣີຈັນອ່ວຍລວຍ ໃຫ້ເປັນ ເຈົ້າຄອງນະຄອນຈັນທະບູຣີ ແລະພຣະອໍຣະຫັນ ຄືພຣະມະຫາພຸດທະວົງສາ ກັບພຮະມະຫາສັສສະດີ ໄດ້ມາຍັງເມືອງຈັນທະບູຣີ ກໍໄດ້ຮັບການອຸປະຖົມຈາກພຣະຍາຈັນທະບູຣີ ໄດ້ສ້າງວັດໃຫ້ພຣະອໍຣະຫັນທັງສອງພຳນັກສັ່ງສອນປະຊາຊົນໃນເມືອງຈັນທະບູຣີ ພຣະມະຫາພຸດທະວົງສາ ຢູ່ວັດປ່າແຄມບຶ່ງກໍ້າໃຕ້ (ວັດໂສກປ່າຫຼວງ-ໂຮງໝໍ 103-ຮຮ.ສັບພະວິຊາ) ພຣະມະຫາສັສສະດີ ຢູ່ວັດປ່າໂພນເໜືອນໍ້າ (ບໍຣິເວນຕຳວັດທາດຝຸ່ນ-ຮຮ.ອຸດົມວຽງຈັນ-ແຖວອະນຸສາວະຣີ-ຮອດບ້ານໂພນໄຊຍ໌) ພຣະອໍຣະຫັນທັງສອງ ໄດ້ສັ່ງສອນຊາວເມືອງຈັນທະບູຣີ ໃຫັນັບຖືພຸດທະສາສນາຢ່າງຫຼວງຫຼາຍ ຈົນສ້ຽງອາຍຸໄຂ ພຣະຍາຈັນທະບູຣີ ໄດ້ສ້າງເຈດີກໍ່ກວາມ ສາຣິກະທາດພຣະອໍຮະຫັນທັງສອງ ທີ່ວັດນັ້ນໆໆ ຕໍ່ມາໄດ້ມີພຣະຣະຫັນອີກ 3 ອົງໄດ້ເຂົ້າເຜີຍແຜ່ສາສນາອີກ ຄື ພຣະພຸດທະຣິກຂິດ ເຖະຣະ, ພຣະທັມມະຣິກຂິຕເຖຣະ ແລະພຣະສັງຄະຣິຂິດເຖຣະ ພຣະອໍຮະຫັນທັງ 3 ອົງໄດ້ເຜີຍແຜ່ສາສນາໄປໃນຫົວເມືອງຕ່າງໆ ທັງ 6 ຫົວເມືອງ ທີ່ມີມາແຕ່ສະໄໝສີໂຄດຕະບອງ ຈຶຶ່ງມີລູກສິດຫຼວງຫຼາຍ ໃນນັ້ນມີພຣະສົງລາວທີ່ມີຄວາມສຳຄັນ ແລະມີວິໄສທີ່ຈະເປັນກົກແກ່ນ ຂອງສາສນາໃນອະນາຄົດໄດ້ 5 ອົງ, ພຣະອໍຣະຫັນທັງ 3 ຈຶ່ງໄດ້ນໍາພຣະສົງຊາວງທ້ອງຖິ່ນຈຳນວນ 5 ອົງໄປຍັງເມືອງຣາຊະຄືມະຫານະ ຄອນ ເພື່ອໄປຮຽນພຣະໄຕປິດົກຈົນສຳເຣັດ ແລະໄດ້ເປັນອໍຣະຫັນ ຈຶ່ງນຳລູກສິດທັງຫ້ານັ້ນມາ ຍັງນະຄອນຈັນທະບູຣີ ພຣະອໍຣະຫັນ ທັງ 5 ນັ້ນ ມືນາມວ່າດັ່ງນີ້:

1. ພຣະມະຫາ ຣັຕຕະນະເຖຣະ
2. ພຣະມະຫາ ຈຸນລະລັຕຕະນະເຖຣະ
3.ພຣະມະຫາ ສຸວັນນະປາສາທະເຖຣະ
4. ພຣະມະຫາ ຈຸນລະສຸວັນນະປາສາທະເຖຣະ
5. ພຣະມະຫາ ສັງຄະວິຊາເຖຣະ
- ເມື່ອພຣະອໍຣະຫັນທັງ 5 ໄດ້ສຳເຣັດວິຊາທາງສາສນາແລ້ວ ພ້ອມດ້ວຍອາຈານທັງ 3 ອົງວິວັດກັບມາຍັງເມືອງຈັນທະບູຣີ ໄດ້ນຳພຣະບໍຣົມມະສາຣີຣິກະທາດຂອງພຣະພຸດມະເຈົ້າມາດ້ວຍ ຄື ພຣະຊິນະຄຸຍຫະທາດ ແລະພຣະສາຣີກະທາດອື່ນໆອີກ ຄື ດັ່ງນີ້

- ພຣະທາດຫົວເນົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ(ແມ່ນພຣະທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫຼວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເນົ່າ ແຕ່ໜັງສືຕຳນານພຣະທາດບັງພວນ ຢູ່ບ້ານຫ້ວຍບັງພວນ ຈັງຫວັດໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກວ່າພູເຂົາຫຼວງ ຄຳວ່າລວງແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫຼວງ ອາດຈະແປວ່າໂພນນາກ).

- ທາດຝາຕິນຂວາ ບັນຈຸໄວ້ທີ່ເມືອງຫຼ້າໜອງຄາຍ (ທາດໜອງຄາຍພັງລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້).

- ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈວ່າແມ່ນບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້).

- ໃນການບັນຈຸພຣະທາດຫົວເນົ່າ ໒໗ ອົງ ໄວ້ທີ່ພູເຂົາຫຼວງນັ້ນ ພຣະເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາຂອງພຣະອໍຣະຫັນ ໕ ອົງນັ້ນ.

- ຈາກຫຼັກຖານທາງໜັງສື ອຸຣັງຄະທາດ ແລະໜັງສືປະຫວັດພຸດທະສາສນາໃນລາວ ແລະໜັງສືກ່ຽວກັບປະຫວັດເມືອງວຽງຈັນ ແມ່ນມີການ ເວົ້າກ່ຽວຂ້ອງກັນ ລະຫວ່າງພຣະທາດບັງພວນ, ພຣະທາດເມືອງຫຼ້າ ແລະພຣະທາດບັງພວນ.

- ຕາມການສຳຫຼວດຂອງທາງການໄທຍ໌ ໄດ້ເບິ່ງຕາມທາງບູຮານຄະດີ ພຣະທາດບັງພວງນມີການກໍ່ສ້ສືບເນື່ອງກັນມາ 3 ສະໄໝ, ຄືຖານເດີມ ສ້າງດ້ວຍສີລາແລງ, ຊັ້ນທີສອງສ້າງດ້ວຍດິນຈີເຜົາຄອບກວາມຊັ້ນແຮກ ແລະຕໍ່ມາມີການສ້າງໃຫ້ມີຂະໜາດສູງໃຫຍ່ຂຶ້ນ, ລັກສະນະທາງບູຮານຄະດີ 2 ຊັ້ນແຮກນັ້ນ ເຫັນວ່າສອດຄ່ອງກັບຫຼັກຖານທາງບັນທຶກໃນໜັງສອຸຣັງຄະນິທານ, ປະຫວັດວຽງຈັນ ແລະປະຫວັດອື່ນໆ ທີ່ມີຢູ່ ເພາະສີລາແລງ ແລະດິນຈີເຜົາທີ່ປາກົດ ແມ່ນເປັນລັກສະນະສະຖາປັດຕະຍະກັມ ເມື່ອ 2000 ພັນປີທີ່ແລ້ວ, ໃນນັ້ນ ທາງການໄທຍ໌ຍັງໄດ້ຂຸດພົບຫຼັກຖານສຳຄັນ ຄືໄດ້ຂຸດພົບພຣະພຸດທະຮູບ 6 ອົງ, ໃນນັ້ນ 4 ອົງໄດ້ພົບຈາຣືກຣະບຸວ່າ ສ້າງໄວ້ກົງກັບ ພ.ສ 2118 ພ.ສ 2150 ພ.ສ 2158 ແລະ ພ.ສ 2167 ແລະຂໍ້ຄວາມໃນຈາຣືກ ເມື່ອ ພ.ສ 2167 ນັ້ນ, ມີປະຫວັດການສ້າງ ໂດຍໄດ້ກ່າວເຖິງພຣະໂພທິສາລະຣາຊ ເຊິ່ງເປັນກະສັດແຫ່ງອານາຈັກລ້າງຊ້າງ ເຊິ່ງມີຣາຊະທານີຢູ່ນະຄອນທີ່ຊຽງທອງ(ຫຼວງພຣະບາງ) ເມື່ອເບິ່ງຕາມຮູບແບບການກໍ່ສ້າງບູຮານສະຖານໃນບໍຣິເວນພຣະທາດບັງພວນ ສະແດງເຖິງອິດທິພົນທາງວັດທະນະທັມສະຖາປັດ ຕະຍະກັມ ຂອງລ້ານຊ້າງ

- ເມື່ອເຮົາເບິ່ງ ປະຫວັດສາດລາວ ໂດຍສະເພາະພຣະຣາຊະກໍຣະນີຍະກິດຂອງພຣະເຈົ້າ ໂພທິສາລະຣາຊແລ້ວເຫັນວ່າສອດຄ່ອງກັນ ອັນໜຶ່ງ ເມື່ອປີ 2009 ທາງລາວໄດ້ສ້າງຫໍຫຼັກເມືອງນັ້ນ ໄດ້ພົບສີລາຈາຣືກອີກເປັນຄັ້ງທີ 2 ໃນນັ້ນ ກໍໄດ້ພົບຈາຣືກໃສ່ແຜ່ນຫີນສີລາ ມີອາຍຸຄາວດຽວ ກັນກັບຈາຣືກພຣະທາດບັງພວນ ກໍແມ່ນກົງກັບສະໄໝ ພຣະເຈົ້າໂພທິສາລະຣາຊເຊັ່ນກັນ ສະນັ້ນ, ຈຶ່ງພໍຢັ້ງຢືນໄດ້ວ່າ ການສ້າງພຣະທາດບັງ ພວນຊັ້ນທີ 3 ນີ້ແມ່ນຢູ່ໃນສະໄໝພຣະເຈົ້າໂພທິສາລາຣາດ.

- ພຣະທາດບັງພວນ ເປັນພຣະສາະຖູບເຈດີ ຊົງເຮືອປາສາດສີຫຼ່ຽມ ເປັນອົງປະທານເຊິ່ງມີຊື່ຢູ່ໃນສີລາຈາຣືກວ້າ ພຣະທາດບັງພວນນເຈດີສີສັຕຕະມະຫາທານ (ຄື ເຈດີມະຫາທານ ສັຕຕະມະຫາສະຖານ ຖື ສະຖານທີ່ທັງເຈັດ ທີ່ພຮະພຸດທະອົງ ສະເຫວິຍວິມຸດຕິສຸກ ຫຼັງຕັດສະຮູ້ໃໝ່ໆ) ນອກຈາກພຣະທາດອົງປະທານແລ້ວ ໃນນັ້ນຍັງມີກຸ່ມພຣະທາດຂະໜາດ ຕ່າງໆອີກ 15 ອົງ, ທາງການໄທຍ໌ໄດ້ສັນນິຖານວ່າ ຄົງຈະສ້າງໃກ້ຄຽງກັນັບພຮະທາດບັງພວນ ມີວິຫານ 3 ຫຼັງ ສິມ 1 ຫັຼງ ສະນໍ້າ ແລະສ້າງບູຮານ.

- ນອກຈາກນັ້ນ ຍັງມີບຮານສະຖານອີກກຸ່ມໜຶ່ງ ພາຍໃນບໍຣິເວນດຽວກັນຮຽກວ່າ "ສັຕຕະມະຫາສະຖານ" ອັນເປັນສະຖານກ່ຽວເນື່ອງ ກັບພຸດທະປະວັດ ເມື່ອຄັ້ງແຮກຕັດສະຮູ້ພຣະອະນຸຕະຣະສັມມາສັມໂພທີຍານ ທີ່ພຸດທະຄະຍາ ປະເທດອີນເດັຍ ສັຕຕະມະຫາສະຖານ ສ້າງຂຶ້ນມາພາຍຫຼັງ ມີຢູ່ 3 ແຫ່ງ ຄື ທີ່ປະເທດມຽນມ້າ 1 ແຫ່ງ, ຊຽງໃໝ່ 1 ແຫ່ງ ແລະພຣະທາດບັງພວນ 1 ແຫ່ງ.

- ຫາກເຮົາມອງອະດີດ ຈະເຫັນວ່າ ທີ່ປະເທດພະມ້າ ແລະລ້ານນານັ້ນ ເປັນດິນແດນທີ່ອຸດົມສົມບູນດ້ວຍພຸດທະສາສນາ ມາແຕ່ເດີມ ຈຶ່ງມີການສ້າງສັດຕະມະຫາສະຖານ, ແລ້ວເຮົາມາເບິ່ງເບື້ອງອານາຈັກລ້ານຊ້າງຂອງເຮົາ ໃນປະຫວັດສາດ ກໍກ່າວເຖິງພຣະພຸດທະສາສນາ ເຂົາມາເຜີຍແຜ່ແຕ່ສະໄໝພຣະພຸດທະເຈົ້າຊົງພຣະຊົນ ເຊິ່ງກ່ຽວຂ້ອງກັບໜັງສືພຣະເຈົ້າລຽບໂລກ ແລະຕໍ່ມາກໍຫຼັງ ພຸດທະການກໍແມ່ນເລີ່ມຈ່າກພຣະມະຫາກັດສະປະເຖຣະໄດ້ນໍາເອົາອຸຣັງຄະທາດມາປະດິດສະຖານໄວ້ພູເຂົາກໍາພ້າ ເມືອງສີໂຄຕະບູນຫຼວງ(ທ່າແຂກ) ແລະການກ່ຽວຂ້ອງກັບວັດພຣະບາດ, ພຣະທາດຫຼວງ ແລະອື່ນໆ ມາແຕ່ ພ.ສ 8 ພຸ້ນ, ພຣະທາດບັງ ພວນກໍກ່ຽວຂ້ອງກັບພຣະທາດຫຼວງ ໃນສະໄໝພຣະຍາຈັນທະບູຣີປະສິດທິສັກ, ເຈົ້າຄອງນະຄອນຈັນທະບູຣີ ພຣະທາດບັງພວນ ກໍ່ຄືພາກ ອີສານທັງໝົດ ແມ່ນສ່ວໜຶ່ງຂອງລ້ານຊ້າງ ໂດຍສະເພາະພຣະທາດບັງພວນ ແມ່ນເປັນສ່ວນໜຶ່ງຂອງອານາຈັກຈັນທະບູຣີ ແລະລ້ານຊ້າງທັງມວນ ເຖິງປັດຈຸບັນນີ້ພຣະທາດບັງພວນ ຈະເປັນສົມບັດຂອງໄທຍ໌ ແຕ່ເຮົາເບິ່ງເບື້ອງອະດີດ ເຫັນໄດ້ວ່າອານາຈັກລ້ານຊ້າງ ກໍຄືຊົນຊາວລາວເຮົາ ເປັນດແດນທີ່ມີພຸດທະສາສນາຈະເຣີນຮຸ່ງເຮືອງເໝືອນຊຸມພູທະວີບ(ໃນອະດີດ) ຫຼັກຖານຢັ້ງຢືນ ຄື ສັຕຕະມະຫາສະຖານສ້າງໃໝ່ 3 ແຫ່ງນອກສະຊຸມພູທະວີບ ຄື ມຽນມ້າ, ລ້ານນາ ແລະລ້ານຊ້າງ ຂອງລາວເຮົານີ້ເອງ.

25540906

ພຣະທາດຫຼວງວຽງຈັນ

 ກ. ອາຣັມພະບົດ
- ພຣະທາດຫຼວງວຽງຈັນ ນອກຈາກເປັນມິ່ງຂວັນຂອງຊາດລາວແລ້ວ ຍັງສ່ອງແສງເຖິງຄວາມຈະເລີນຂອງພຸດທະ ສາສນາໃນລາວຕັ້ງແຕ່ອະດີດຮອດປັດຈຸບັນ.
- ກ່າວກັນໃນໝູ່ຊົນຊາວລາວ ກໍຄືຊາວຕ່າງປະເທດວ່າ ຫາກໃຜໄປເມືອງລາວ ຫາກບໍ່ໄດ້ໄປນະຄອນວຽງຈັນ ຍັງບໍ່ທັນຮອດເມືອງລາວ ແລະຫາກມານະຄອນຫຼວງວຽງຈັນ ບໍ່ໄດ້ໄປພຣະໄຫວ້ພຣະທາດຫຼວງກໍຍັງບໍ່ທັນຮອດ ເມືອງລາວ.
- ພຣະທາດຫຼວງ ມີນາມວ່າ "ພຣະຂຶ້ນໜ້າ ເພາະມີຄວາມເປັນມາ ໓ ປະການ" ຄື
໑. ເປັນພຣະທາດທີ່ບັນຈຸພຣະບໍຣົມມະສາລີຣິກະທາດຂອງພຣະພຸດທະເຈົ້າ.
໒. ພຣະທາດຫຼວງສ້າງໂດຍພຣະມະຫາກະສັດ.
໓. ພຣະທາດຫຼວງເປັນການສ້າງ ໂດຍບັນຈຸຄຳສອນຂອງພຣະພຸດທະເຈົ້າ ເຊິ່ງຮຽກວ່າ "ປາຣະມີ ໓໐ ທັດ".
- ພຽງແຕ່ ໓ ປະການນີ້ ພຣະທາດຫຼວງຈຶ່ງໄດ້ນາມວ່າ "ພຣະ" ຄືເປັນສິ່ງປະເສີດ ທີ່ສຸດ.
-  ພຣະທາດຫຼວງ ເປັນສູນລວມຈິດໃຈຂອງປວງຊົນລາວທັງຊາດ ແລະຈິຕວິນຍານລາວ ທັງເປັນເຄື່ອງຜູກມັດຈິດໃຈ ຂອງຊົນຊາດລາວທີ່ພັດພາກຈາກບ້ານເກີດເມືອງນອນຕົນໄປຢູ່ຕ່າງແດນໃຫ້ຫວນລະນຶກເຖິງປະເທດຊາດບ້ານເມືອງ ຕົນ ສະນັ້ນ, ເມື່ອເຖິງເດືອນ ໑໒ ເພັງຂອງທຸກໆປີຊາວລາວ ທີ່ເກີດຢູ່ເມືອງລາວແຕ່ໄປຢູ່ຕ່າງປະເທດ ກໍຈະກັບມາຍາມບ້ານເກີດເມືອງນອນຕົນໃນໄລຍະນີ້ ແລະຄົນເຊື້ອຊາດລາວຢູ່ໃນພາກອີສານ ຄົນເກົ່າແກ່ອາຍຸເກີນ ໗໐ ປີກ່ອນຈະຕາຍທຸກໆຄົນມີຄວາມຫວັງວ່າຂໍໃຫ້ໄດ້ມາໄຫວ້ພຣະທາດຈັກຄັ້ງໜຶ່ງ.

ຂ. ປວັດພຣະທາດຫຼວງ ໃນທາງບູຮານຄະດີ.
- ເລື່ອງພຣະທາດຫຼວງໃນສະໄໝບູຮານ ມີການພົວພັນກັບພຣະທາດພນົມ ແລະພຣະທາດອື່ນໆທີ່ສ້າງຂຶ້ນ ໃນສະໄໝບູຮານ ໃນສອງຝາກຝັ່ງແມ່ນຳ້ຂອງ ເຊັ່ນພຣະທາດບັງພວນ, ພຣະທາດເມືອງຫຼ້າໜອງຄາຍ, ພຣະທາດເຊີງຊຸມ ແລະອື່ນໆ ປວັດນີ້ປະກົດໃນໜັງສືອຸຣັງຄະນິທານ.
- ໜັງສືອຸຣັງຄະນິທານ ໄດ້ກ່າວວ່າ ພຣະທາດຫຼວງເປັນທີ່ປະດິດສະຖານເສົາຫີນຂອງພຣະເຈົ້າອະໂສກມະຫາ ຣາດ, ເສົາຫີນນີ້ເປັນທີ່ປະດິດສະຖານພຣະບໍຣົມມະສາຣີຣິກະທາດພຣະພຸດທະອົງ (ຄືພຣະທາດສີທັມມະຫາຍ ໂສກ ຢູ່ທິດຕາເວັນອອກຂອງອົງພຣະທາດຫຼວງ ເດີມມີເສົາຫີນປັກອ້ອມ ໔ ທິດປັດຈຸບັນຍັງເຫຼືອຕົ້ນດຽວ).
- ສະຖານທີ່ນີ້ ເປັນບໍຣິເວນໜອງຄັນແທເຊື້ອນຳ້ ໃນໜັງສືອຸຣັງຄະທາດ ແລະໜັງສືພຣະເຈົ້າລຽບໂລກ ໄດ້ກ່າວໄວ້ວ່າ "ພຣະພຸດທະອົງເຄີຍສະເດັດພ້ອມພຣະອານົນເຖຣະມາຍັງຈັນທະບູຣີ ພັກທີ່ພູເຂົາເຂົາຫຼວງ ແລະໂພນພຣະເນົາ ແລ້ວທຳນາຍຊາຕາເມືອງຈັນທະບູຣີ". 
ຄ. ປະຫວັດພຣະທາດຫຼວງໂດຍຣະອຽດ.
   ພຣະທາດຫຼວງ ເປັນນາມສາມັນ ແຕ່ຊື່ທີ່ຖືກຕັ້ງຂຶ້ນໃນສະໄໝການກໍ່ສ້າງນັ້ນວ່າພຣະທາດ ໂລກະຈຸລາມະນີຄືສ້າງຈຳລອງແບບພຣະທາດເກດແກ້ວລຸລາມະນີ ທີ່ບັນຈຸພຣະເກສາທາດຂອງອົງ ສົມເດັດພຣະສັມມາສັມພຸດທະເຈົ້າ ຢູ່ຊັ້ນຕາວະຕິງສາສະຫວັນຕາມຄວາມເຊື່ອທາງພຣະພຸດທະສະ ສາສະໜາ, ຕັ້ງຢູ່ນະຄອນຫຼວງວຽງຈັນໄປທາງດ້ານທິດຕາເວັນອອກ ໃນສະໄໝບູຮານພຣະທາດອົງນີ້ ຕັ້ງຢູ່ໃກ້ກຳແພງວຽງຮອບນອກຫ່າງຈາກກຳແພງວຽງເດີມປະມານ ໘໐໐ ແມັດ, (ປັດຈຸບັນ່າງຈາກຖະ ນົນຮອບເມືອງປະມານ ໘໐໐ ແມັດ.
            ພຣະທາດຫຼວງປັດຈຸບັນ ຕັ້ງຢູ່ລະຫວ່າງກາງວັດ ໒ ວັດ ຄືວັດທາດຫຼວງໃຕ້ ຕັ້ງຢູ່ທາງທິດໃຕ້ ຂອງອົງ ພຣະທາດ ແລະວັດພຣະທາດຫຼວງເໜືອ ເຊິ່ງຕັ້ງຢູ່ທິດເໜືອຂອງອົງພຣະທາດ, ເມື່ອກ່ອນ ມີບ້ານຂຶ້ນກັບ ໓ ບ້ານ ຄື ບ້ານທາດຫຼວງເໜືອ, ບ້ານທາດຫຼວງກາງ ແລະບ້ານວຽງຈະເລີນ ເຊິ່ງເປັນ ບ້ານໃໝ່ ສ້າງຂຶ້ນໃນປີ ໑໙໘໔ ໂດຍໂຮມເອົາສ່ວນໜຶ່ງຂອງບ້ານປ່າມ່ວງ, ບ້ານທາດຫຼວງກາງ, ບ້ານໂພນເຄັງ, ລວມເປັນບ້ານວຽງ ຈະເລີນ ນັບແຕ່ປີ ໒໐໐໑ ເປັນຕົ້ນມາທາງບ້ານວຽງຈະເລີນໄດ້ສ້າງວັດ ໃໝ່ຂຶ້ນອີກວັດໜຶ່ງ ຍັງບໍ່ທັນສຳເລັດ, ວັດພຣະທາດຫຼວງເໜືອ ຈຶ່ງມີບ້ານຂຶ້ນກັບພຽງ ໒ ບ້ານ ຄືບ້ານ ທາດຫຼວງກາງ ແລະບ້ານ ທາດຫຼວງໃຕ້.
            ພຣະທາດຫຼວງນັ້ນເປັນພຣະທາດທີ່ເກົ່າແກ່ຄູ່ນະຄອນຫຼວງວຽງຈັນ ແລະສ້າງພ້ອມໆກັບວຽງຈັນທັງ ສອງຄັ້ງ ຄື ຄັ້ງທີ ໑ ສ້າງໃນປີ ພ.ສ ໒໓໖ ພ້ອມໆກັບການສ້າງເມືອງຈັນທະບູຣີ ເຊິ່ງມີພຣະຍາ ຈັນທະບູຣີປະ ສິດທີສັກເປັນກະສັດນຳພາ, ສ້າງຄັງທີ ໒ ແມ່ນສ້າງຂຶ້ນໃນປີ ໑໕໕໑ ໂດຍພຣະເຈົ້າໄຊຍະ ເສດຖາທິຣາດ ເຊິ່ງມີປະ ຫວັດການກໍ່ສ້າງພໍສັງເຂບດັ່ງນີ້.
-      ສະໄໝການກໍ່ສ້າງຄັ້ງທີ ໑
ພຣະທາດຫຼວງ ຫຼືພຣະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະສະຖານ ສຳຄັນ ຍິ່ງ ແຫ່ງນະຄອນຫຼວງວຽງຈັນທນ໌ນີ້ ກໍຄືປູຊະນີຍະສະຖານທາງພຣະພຸດທະສາສະ ໜາຂອງລາວທັງມວນນີ້  ມີປະຫວັດກ່າວໄວ້ໃນໜັງສືອຸຣັງຄະນິທານ ຫຼືອຸ ຣັງຄະທາດວ່າ “ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການ ຕັ້ງເມືອງວຽງຈັນທນ໌ຄັ້ງ ແຮກ ລຸນຫຼັງ ຈາກການສ້າງພຣະທາດພຣະນົມແລ້ວ” ຜູ້ສ້າງຄັ້ງທໍາອິດແມ່ນພຣະເຈົ້າຈັນ ທະ ບູຣີປະສິດທິສັກ ເຈົ້ານະຄອນວຽງຈັນອົງແຮກ ພ້ອມກັບພຣະອໍຣະຫັນ ໕ ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸຣົງຄະນິທານ ເຊິ່ງຂໍຄັດເອົາແຕ່ໃຈຄວາມສຳຄັນມາ ກ່າວໄວ້ໃຫ້ຟັງດັ່ງນີ້:-
          ເມື່ອພຣະໂຄດົມສັມມາສັມພຸດທະເຈົ້າ ປະຣິນິພານແລ້ວໄດ້ ໘ ປີປາຍ ພຣະມະ ຫາກັດສະປະເຖຣະ ໄດ້ນຳເອົາອຸຣັງຄະທາດ ຄືດູກຫົວອົກຂອງພຣະພຸດ ທະເຈົ້າ ມາປະດິດສະຖານໄວ້ທີ່ພູກຳພ້າ ເຊິ່ງຮຽກວ່າດອຍກະປະນະຄີຣີ (ຄືທາດພນົມທຸກ ວັນນີ້) ໃນເວລາກໍ່ພຣະທາດຄັ້ງແຣກທີ່ພູກຳພ້ານັ້ນ ໄດ້ພຣະກະສັດ ທັງ ໕ ນະຄອນມາຮ່ວມຊຸມນຸມກັນຄື :-
໑. ພຣະຍາສຸວັນນະພິງຄານ       ເຈົ້າເມືອງໜອງຫານຫຼວງ.
໒. ພຣະຍາຄຳແດງ          ເຈົ້າເມືອງໜອງຫານນ້ອຍ.
໓. ພຣະຍານັນທະເສນ              ເຈົ້າເມືອງມະຣຸກຂະນະຄອນ ຄືເມືອງ ທ່າແຂກເກົ່າ.
໔. ພຣະຍາອິນທະປັດຖະນະຄອນ         ເມືອງອິນທະປັດຖະ ປະເທດຂະເໝນ
໕. ພຣະຍາຈຸລນີພົມທັດ   ເມືອງປາການ (ຄືແຂວງຊຽງຂວາງ).
            ຄຳວ່າ “ປາການ”  ໝາຍເຖິງເມືອງດ່ານ  ຫຼືເມືອງຂອບຂັນ, ເປັ່ນຄຳວ່າປ້ອມປາການ ເຫຼົ່ານີ້ເປັນຕົ້ນ, ບາງທ່ານກໍວ່າເມືອງແກວປະກັນ (ມະຫາສີລາ ວິລະວົງ).
ຕໍ່ມາເມື່ອພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະພຣະ ຍາຄຳແດງ ເມືອງໜອງຫານນ້ອຍ ສຸຣະຄົຕ (ຕາຍ) ໄປແລ້ວ ເລີຍເກີດນ້ຳຖ້ວມ ເມືອງທັງສອງໄຫຼລ່ວງເຖິງກັນ ຊາວເມືອງທັງສອງ ຈຶ່ງອົບພະຍົກ ໜີຂຶ້ນມາຕັ້ງ ຢູ່ແຄມນ້ຳຂອງ ໃນພວກອົບພະຍົກນີ້ ມີຜູ້ໜຶ່ງຊື່ ທ້າວຄຳບາງເປັນນ້າບ່າວຂອງ ພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍຣິວານຂຶ້ນມາ ຕັ້ງເມືອງໃໝ່ ຢູ່ແຄມຫ້ວຍເກົ້າລ້ຽວໃກ້ແມ່ນ້ຳຂອງ ໃສ່ຊື່ເມືອງໃໝ່ນີ້ວ່າເມືອງ ສຸວັນນະພູມ ສ່ວນບ່າວໄພ່ບໍຣິວານ ກໍ່ພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມ ເມືອງນັ້ນ, ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າບຸຣີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງ ບ້ານຢູ່ປາກໜອງຄັນແທເສື້ອນ້ຳ, ເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນ ຕອນນັ້ນມີພຣະອໍຣະຫັນ ໒ ອົງ ໄດ້ມາໂຜດ ຊາວບ້ານໜອງຄັນແທອົງໜຶ່ງຊື່ວ່າ ມະຫາພຸດທະວົງສາ ທ່ານຜູ້ນີ້ພັກເຊົາຢູ່ແຄມນຳ້ຂອງ, ອີກອົງໜຶ່ງຊື່ວ່າມະຫາ ສັສດີ ທ່ານພັກເຊົາຢູ່ບ້ານປ່າໂພນເໜືອນ້ຳບຶງ (ອາດຈະແມ່ນບໍຣິເວນທາດຝຸ່ນ ທຸກວັນນີ້) ບຸຣີຈັນເປັນຫົວໜ້າບ້ານໜອງຄັນແທ ໄດ້ເປັນຜູ້ອຸປະຖາກພຣະອໍຣະ ຫັນສອງອົງນີ້.
ໃນສະໄໝດຽວກັນນີ້ ທາງເມືອງສະເກດນະຄອນ(ຄືເມືອງຮ້ອຍເອັດ) ກໍ່ ເກີດຄວາມວຸ້ນວາຍ ເນື່ອງດ້ວຍມີຂ້າເສິກຊາວເມືອງກະຣຸນທະນະຄອນ ຄື ທະວາ ຣາວະດີອະຍຸທິຍາ ຍົກທັບມາຮົບກວນຊາວເມືອງສະເກດນະຄອນ ຈຶ່ງແຕກໜີມາ ເພິ່ງທ້າວຄຳບາງ ມີໝື່ນຫຼວງກາງໂຮງກັບ ໝື່ນນັນທະອາຣາມ ໄດ້ພາເອົາເຈົ້າ ສັງຂະວິຊາກຸມມານ ກັບຄົວບ່າວໄພ່ສອງແສນຄົນ ໜີຂຶ້ນມາຕັ້ງບ້ານເຮືອນໃນລ້ອງ ແມ່ນຳ້ຂອງ ໃນເວລານັ້ນເຈົ້າ ສັງຂະວິຊາ ໄດ້ພາບ່າວໄພ່ແສນຄົນມາຕັ້ງຢູ່ບ້ານ ໜອງຄາຍ ແລະຢາຍມາຕາມລ້ອງແມ່ນຳ້ຂອງຮອດຫ້ວຍບັງພວນ, ໝື່ນຫຼວງ ກາງໂຮງ ພາຄົວ ໕໐,໐໐໐ ຄົນ ມາຕັ້ງຢູ່ຫ້ວຍຄຸຄຳ, ໝື່ນນັນທະອາຣາມພາຄົວ ໕໐,໐໐໐ ຄົນມາຕັ້ງຢູ່ຕາມຫ້ວຍນົກຍູງ ຫຼືຫ້ວຍນຳ້ໂມ່ງ ບໍຣິເວນນີ້ຈຶ່ງມີ ຄົນໜາແໜ້ນຕໍ່ມາ.
ຢູ່ຕໍ່ມາບຸຣີຈັນ ຫົວໜ້າບ້ານໜອງຄັນແທ ມາໄດ້ກັບນາງອິນສະຫວ່າງທິ ດາຂອງທ້າວບາງ ເຈົ້າເມືອງສຸວັນນະພູມ ແລະບຸຣີຈັນຈຶ່ງຕັ້ງບ້ານໜອງຄັນແທ ຂຶ້ນເປັນເມືອງຮຽກວ່າເມືອງຈັນທະບູຣີ ຕາມນາມຂອງຕົນເມື່ອບູຣີຈັນຕັ້ງເມືອງ ຂຶ້ນແລ້ວ ຈຶ່ງຈັດແຈ່ງແຕ່ງເຄື່ອງຣາຊະບັນນາການໄກ ຖວາຍພຣະເຈົ້າສຸມິດຕະ ທັມມະວົງສາ ພຣະເຈົ້າແຜ່ນດິນແຫ່ງເມືອງມະຣຸກຂະນະຄອນ(ຄືເມືອງ ທ່າ ແຂກ ຫຼືເມືອງໂຄດຕະບູນ) ອົງເປັນເຈົ້າແຜ່ນດິນເອກະຣາດ ພຣະເຈົ້າສຸມິດຕະ ທັມມະວົງສາ ຈຶ່ງແຕ່ງໃຫ້ພຣາມ ໕ ຄົນ ຂຶ້ນມາອະພິເສກບຸຣີຈັນ ໃຫ້ເປັນເຈົ້ານະ ຄອນຈັນທະບູຣີ ມີພຣະນະຄອນວ່າ ພຣະເຈົ້າຈັນທະບູຣີປະສິດທິສັກ ພ້ອມກັນນີ້ ຍັງໄດ້ພຣະຣາຊທານນາງກັນລະຍານີ ທີ່ເປັນຄົນເມືອງທ່າແຂກມາໃຫ້ ສອງນາງ ແລ້ວພຣະເຈົ້າສຸມິດຕະທັມມະວົງສາ ຈຶ່ງກຳນົດເຂດແດນເມືອງຈັນ ທະບູຣີມອບ ໃຫ້ຄືທາງໃຕ້ນັບແຕ່ນ້ຳກະດິງຂຶ້ນມາ ແລະທາງຟາກນ້ຳຂອງນັບ ແຕ່ຫ້ວຍບາງ ບາດຂຶ້ນມາ.
ບຸຣີຈັນເມື່ອໄດ້ເປັນເຈົ້ານະຄອນວຽງຈັນທນ໌ແລ້ວ ຈຶ່ງສ້າງຂົວຂ້າມນຳ້ບຶງ ອອກໄປຫາບ້ານເກົ່າ ແລະສ້າງວັດຂຶ້ນໃນບ້ານເກົ່ານັ້ນ ຮຽກວ່າວັດສວນອ່ວຍລ່ວຍ ແຫ່ງໜຶ່ງ, ສ້າງວິຫານຂຶ້ນສອງຫຼັງທີ່ປ່າໃຕ້ ແລະປ່າເໜືອ ສຳລັບໃຫ້ພຣະອໍຣະ ຫັນສອງອົງນັ້ນຢູ່ ຕໍ່ມາພຣະມະຫາພຸດທະວົງສ໌ ຈຶ່ງນຳທາດພຣະອໍຣະຫັນມາ ບັນຈຸໄວ້ໃນວັດປ່າມະຫາພຸດທະວົງ ໄດ້ກົ່ນດິນລົງເລິກ ໕ ວາ ກ້ວາງ ໓ ວາ ກໍ່ດ້ວຍ ດິນຈີ່ ເປັນຮູບຜາສາດເອົາແຜ່ນເງິນລຽນປູຮອງໄວ້ ຈຶ່ງເອົາທາດລົງບັນຈຸແລ້ວ ເອົາຫີນໝາກຄອມຖົມໃຫ້ແໜ້ນ ແລະຝັງສີລາໝາຍໄວ້ ສີລານັ້ນ ສູງ ໓ ວາ ກ້ວາງ ໑ ວາ.
ໃນການຕໍ່ມາຈຶ່ງມີພຣະອໍຣະຫັນ ໕ ອົງໄດ້ນຳເອົາພຣະບໍຣົມ ມະທາດຂອງ ພຣະພຸດທະເຈົ້າ ມາຈາກເມືອງຣາຊຄຶປະເທດອິນເດັຽ ພຣະທາດທີ່ນຳມານັ້ນ ຄື ທາດຫົວເນົ່າ ໒໔ ອົງ ມານັ້ນໄດ້ຜ່ານກາຍມາທາງເມືອງຣະໂວ້(ລົບບູຣີ) ແລະ ເມືອງໂຄຣາດ ແລ້ວເພິ່ນໄດ້ເອົາ ພຣະບໍຣົມມະທາດ ໄປບັນຈຸໄວ້ໃນ ທີ່ຕ່າງໆດັ່ງນີ້.
ພຣະທາດຫົວເນົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນ ທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫລວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເນົ່າ ແຕ່ໜັງສືຳຳນານພຣະທາດບັງພວນ ຢູ່ ບ້ານຫ້ວຍບັງພວນ ຈັງຫວັດ ໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກ ວ່າພູເຂົາ ຫຼວງ ຄຳວ່າ ລວງແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫລວງ ອາດຈະ ແປວ່າໂພນ ນາກ).
ທາດຝ່າຕິນຂວາ ບັນຈຸໄວ້ທີ່ເມືອງຫຼ້າ ໜອງຄາຍ (ທາດໜອງຄາຍ ພັງ ລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງ ການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້).
 ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈ ວ່າແມ່ນ ບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້)
ໃນການບັນຈຸພຣະທາດຫົວເນົ່າ ໒໗ ອົງ ໄວ້ທີ່ພູເຂົາຫລວງນັ້ນ ພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ  ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍ ຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາ ມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາ ຂອງພຣະອໍຣະຫັນ ໕ ອົງນັ້ນ.
ຄັນຕໍ່ມາພຣະອໍຣະຫັນ ໒ ອົງທີ່ຢູ່ກ່ອນນັ້ນຄື ພຣະມະຫາພຸດທະວົງສາ   ແລະພຣະມະຫາສັສດີ ກໍເຖິງແກ່ການນິພພານໄປ ພຣະເຈົ້າຈັນທະບູຣີ ໄດ້ກະ ທຳການຊາປະນະກິດສຳເລັດແລ້ວ ຈຶ່ງໄດ້ເອົາອັດຖິທາດຂອງພຣະອໍຣະຫັນ ໒ ອົງ ນັ້ນມາບັນຈຸໄວ້ໃນວັດສວນອ່ວຍລ່ວຍ ທີ່ພຣະອົງໄດ້ສ້າງໄວ້ແຕ່ກ່ອນ.
ປະຫວັດສ້າງພຣະທາດຫຼວງຄັ້ງແຣກ ຕາມທີ່ກ່າວໄວ້ໃນໜັງສືອຸຣັງຄະນິ ທານ ຫຼືອຸຣັງຄະທາດ ມີຂໍ້ຄວາມພຽງເທົ່ານີ້ ແລະຕາມປະຫວັດນີ້ ພຣະທາດ ຫຼວງອົງເດີມ ຫຼື ອົງທຳອິດ ທີ່ພຣະຍາຈັນທະບູຣີສ້າງນີ້ ຈຶ່ງສູງແຕ່ພຽງ ໔ ວາ ໓ ສອກ ກ້ວາງດ້ານລະ ໔ ເທົ່ານັ້ນ ແລະພຣະທາດລູກນີ້ ສ້າງບັນ ຈຸທາດຫົວເນົ່າຄື ດູກໂມມຂອງພຣະພຸດທະເຈົ້າ ເຊີ່ງພຣະອໍຣະຫັນ ທັງ ໕ ອົງໄດ້ນຳມາ ແຕ່ເມືອງ ຣາຊຄຶ ປະເທດອິນເດັຍ.